ຕຳຫລວດຫວຽດນາມຢຶດ ເຮໂຣອິນຊຸກເຊື່ອງໄວ້ໃນຖົງຊາ

ສື່ທາງການຫວຽດນາມລາຍງານວ່າ: ຕຳຫລວດຫວຽດນາມຢຶດເຮໂຣອິນມູນຄ່າ 3 ລ້ານໂດລາສະຫະລັດ ທີ່ຊຸກເຊື່ອງໄວ້ໃນຖົງຊາ ແລະ ລັກລອບນຳເຂົ້າມາຈາກລາວ. ຖືເປັນການຢຶດເຮໂຣອິນໄດ້ຄັ້ງໃຫຍ່ທີ່ສຸດໃນຫວຽດນາມ.
ຫວຽດນາມເປັນເສັ້ນທາງຜ່ານສຳຄັນບໍລິເວນສາມຫລ່ຽມຄຳໃນການຂົນສົ່ງຢາເສບຕິດ ເຊິ່ງເປັນພື້ນທີ່ເຊື່ອມຕໍ່ຜ່ານລາວ, ໄທ ແລະ ມຽນມາ, ພື້ນທີ່ດັ່ງກ່າວເປັນແຫລ່ງຜະລິດຢາເສບຕິດຂະໜາດໃຫຍ່ອັນດັບສອງຂອງໂລກ ທັງຢາບ້າ, ຝິ່ນ ແລະ ເຮໂຣອິນ. ຕຳຫລວດແຂວງດຽນບຽນຈັບກຸມຜູ້ຊາຍອາຍຸ 44 ປີ ແລະ ຜູ້ຍິງອາຍຸ 30 ປີ ຂະນະຂົນສົ່ງເຮໂຣອິນ ນ້ຳໜັກ 170 ກິໂລ ທີ່ມັດໃສ່ກົ້ນລົດຈັກ. ໜັງສືພິມຄອງອັນຫງຽນເຊິນ ສື່ທາງການລາຍງານວ່າ: ເຮໂຣອິນຖືກຊຸກເຊື່ອງໄວ້ໃນຖົງຊາທີ່ຕິດກາວ່າເປັນຍີ່ຫໍ້ຈາກໄທ ແລະ ລັກລອບຂົນສົ່ງມາຈາກລາວ. ຕຳຫລວດຄາດວ່າເຮໂຣອິນຈະຖືກນຳສົ່ງຜ່ານຫວຽດນາມໄປປະເທດທີສາມ. ຫວຽດນາມມີຊາຍແດນຕິດກັບຈີນ ເຊິ່ງເປັນຕະຫລາດຢາເສບຕິດລາຍໃຫຍ່ໃນອາຊີ, ແຕ່ຍັງມີເຂດແດນຮ່ວມກັບອິນໂດເນເຊຍ, ຟີລິບປິນ ແລະ ອົດສະຕຣາລີ ທີ່ເປັນຕະຫລາດຄ້າຢາເສບຕິດລາຍໃຫຍ່ເຊັ່ນກັນ.

