ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງລາວ-ຈີນ ພົບປະສອງຝ່າຍ ແລກປ່ຽນບັນຫາການຄຸ້ມຄອງຕົວເມືອງ 4 ດ້ານ
ວັນທີ 14 ກັນຍາ 2025 ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງ ຍທຂ ພ້ອມຄະນະເຂົ້າຮ່ວມກອງປະຊຸມໂຕະມົນລັດຖະມົນຕີ ກໍ່ສ້າງອາຊຽນ-ຈີນ ປະຈຳປີ 2025 (ASEAN-China Ministerial Roundtable Construction 2025) ທີ່ເມືອງ ກຸ້ຍຫລິນ, ສປ ຈີນ. ພ້ອມໄດ້ພົບປະສອງຝ່າຍກັບທ່ານ ລີ ສ່ຽວຫລົງ ຮອງລັດຖະມົນຕີກະຊວງເຄຫາສະຖານ ແລະ ພັດທະນາຕົວເມືອງ-ຊົນນະບົດ ສປ ຈີນ.
ສອງຝ່າຍ ໄດ້ຕີລາຄາສູງ ຜົນສຳເລັດການຮ່ວມມືໄລຍະຜ່ານມາ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ. ທັງສອງຝ່າຍເຫັນດີ ຜັນຂະຫຍາຍຜົນສຳເລັດ ຈາກການພົບປະຂອງຜູ້ນຳສູງສຸດ ຂອງສອງພັກ ສອງ ລັດ ເພື່ອສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ລາວ-ຈີນ ແລະ ຈີນ-ລາວ ທີ່ເປັນຄູ່ຮ່ວມຊາຕາກໍາມາຮອດປັດຈຸບັນ.
ສປປ ລາວ ສະເໜີໃຫ້ ສປ ຈີນ ພິຈາລະນາເພື່ອແລກປ່ຽນບົດຮຽນ ແລະ ນໍາໃຊ້ຄວາມຮູ້, ເຕັກໂນໂລຊີທີ່ກ້າວໜ້າ ຂອງ ສປ ຈີນ ເພື່ອແກ້ໄຂສິ່ງທ້າທາຍຂອງບັນຫາການຄຸ້ມຄອງຕົວເມືອງ 4 ດ້ານ ດັ່ງນີ້:
- ການກາຍເປັນຕົວເມືອງທີ່ສູງ
- ການບຸກລຸກພື້ນທີ່ທຳມະຊາດ
- ການປ່ຽນແປງດິນຟ້າອາກາດ
- ການພັດທະນາບຸກຄະລະກອນ
ສອງຝ່າຍເຫັນດີເອກະພາບ ມອບໃຫ້ກົມກ່ຽວຂ້ອງຄື: ກົມເຄຫາ ແລະ ຜັງເມືອງ ສປປ ລາວ ແລະ ກົມແຜນການ, ການເງິນ ແລະ ຮ່ວມມືຕ່າງປະເທດ ສປ ຈີນ ສ້າງກົນໄກ ປຶກສາຫາລືລະອຽດ ເພື່ອກ້າວ ໄປເຖິງການເຊັນ MOU ໂດຍໄວ.
ທີ່ມາ: Lao National Radio

