ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ປ່ອຍເສືອແມວຄືນສູ່ທໍາມະຊາດ
ໜັງສືພິມຈໍາປາໃໝ່ ລາຍງານວ່າ: ວັນທີ 13 ກັນຍາ 2025 ທ່ານຄໍາ ນິລາວົງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ຮ່ວມກັບຂະແໜງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ນໍາເອົາເສືອແມວ ເພດແມ່ 1 ຕົວ ນໍ້າໜັກປະມານ 3 ກິໂລກຣາມ ໄປປ່ອຍຄືນສູ່ທໍາມະຊາດ.
ເສືອແມວໂຕດັ່ງກ່າວ, ແມ່ນໄດ້ຮັບມາຈາກ ນາງພອນ ສີສະຫວັດ ປະຊາຊົນບ້ານຫ້ວຍຍາງຄໍາ ນະຄອນປາກເຊ ເຊິ່ງເປັນພົນລະເມືອງດີ ຜູ້ກ່ຽວໃຫ້ຂໍ້ມູນວ່າ ລູກຊາຍໄດ້ອອກໄປເຝົ້ານາ ແລະ ສວນມັນຕົ້ນບໍລິເວນໃກ້ກັບຕີນພູບາຈຽງ ວັນທີ 9 ກັນຍາ 2025 ຈິ່ງໄດ້ພົບເຫັນເສືອແມວ ໄດ້ມາຖືກມອງທີ່ກາງໄວ້ອ້ອມສວນ ເພື່ອປ້ອງກັນບໍ່ໃຫ້ສັດເຂົ້າມາທໍາລາຍຜົນລະປູກ ຈິ່ງໄດ້ຈັບມາຂັງໄວ້ເຮືອນ.
ຮອດວັນທີ 12 ກັນຍາ 2025 ຈິ່ງໄດ້ແຈ້ງໃຫ້ເຈົ້າໜ້າທີ່ ມາຮັບສັດໄປຕິດຕາມສຸຂະພາບ ຈາກການກວດເຫັນວ່າ ສັດບໍ່ໄດ້ຮັບບາດເຈັບ ມີສຸຂະພາບແຂງແຮງດີ, ມີຄວາມພ້ອມທີ່ຈະດໍາລົງຊິວິດຕາມທໍາມະຊາດ ຈິ່ງໄດ້ລາຍງານຂໍທິດຊີ້ນໍາຈາກການນໍາຂອງແຂວງ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ເນື່ອງຈາກ ເສືອແມວ ເປັນສັດປ່າທີ່ນອນໃນບັນຊີປະເພດສັດປ່າຄຸ້ມຄອງ ແລະ ບໍ່ໃຫ້ປະຊາຊົນຈັບມາລ້ຽງ ຫຼື ມີໄວ້ຄອບຄອງ. ດັ່ງນັ້ນ, ຈຶ່ງປ່ອຍຄືນສູ່ທໍາມະຊາດ ເພື່ອເປັນການອະນຸລັກ ແລະ ໃຫ້ມີການແຜ່ພັນຕໍ່ໄປ.
ທີ່ມາ: ໜັງສືພິມຈໍາປາໃໝ່

