ລາວ-ສ.ເກົາຫຼີ ລົງນາມຮ່ວມມື ໂຄງການສ້າງສູນພັດທະນາບຸກຄະລາກອນ-ດິຈິຕອນ ມູນຄ່າ 9.9 ລ້ານໂດລາສະຫະລັດ
ວັນທີ 9 ກັນຍາ 2025 ຜ່ານມານີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ລົງນາມບົດບັນທຶກການຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ໂດຍການເຂົ້າຮ່ວມ ໂດຍ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກຕສ ແລະ ທ່ານ JUNG Youngsoo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈໍາ ສປປ ລາວ ພ້ອມດ້ວຍຕາງໜ້າຈາກບັນດາກົມ/ທຽບເທົ່າ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ.
ໂຄງການດັ່ງກ່າວຈະຊ່ວຍເຮັດໃຫ້ການຫັນເປັນດິຈິຕອນຂອງ ສປປ ລາວ ມີບາດກ້າວທີ່ດີຂຶ້ນກ່ວາເກົ່າ ແລະ ສ້າງສະພາບແວດລ້ອມການສຶກສາດິຈິຕອນທີ່ຍືນຍົງ ແລະ ສົ່ງເສີມການເຂົ້າເຖິງດິຈິຕອນຂອງປະຊາຊົນ ທີ່ມີຄວາມສະດວກສະບາຍ, ວ່ອງໄວ ແລະ ໂປ່ງໃສຂຶ້ນ ໂດຍຜ່ານຂະບວນການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ຂອງລັດຖະບານ ສປປ ລາວ ໂດຍຈະມອບໃຫ້ແກ່ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ມູນຄ່າ 9.9 ລ້ານໂດລາສະຫະລັດ ເພື່ອເສີມສ້າງ ແລະ ຍົກລະດັບຂີດຄວາມສາມາດດ້ານດິຈິຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ຊຶ່ງມີໄລຍະການຈັດຕັ້ງປະຕິບັດ 05 ປິ (2025-2029). ອົງການ KOICA ໄດ້ໃຫ້ຄໍາໜັ້ນສັນຍາວ່າ ຈະສືບຕໍ່ສົ່ງເສີມການພັດທະນາການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ສົ່ງເສີມເສດຖະກິດ-ສັງຄົມຂອງປະເທດ ໂດຍການຍົກລະດັບ, ພັດທະນາພະນັກງານ-ລັດຖະກອນ ເພື່ອເພີ່ມປະສິດທິພາບໃຫ້ແກ່ວຽກງານການບໍລິຫານ ແລະ ບໍລິິການຂອງລັດ ໃຫ້ແກ່ປະຊາຊົນ ແລະ ສ້າງສາຍສຳພັນການຮ່ວມມືລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ເປົ້າໝາຍຫຼັກຂອງໂຄງການແມ່ນ ເພື່ອສ້າງພື້ນຖານການພັດທະນາບຸກຄະລາກອນຂອງລັດ ກໍຄືການສ້າງສະຖາບັນສຳລັບລະບົບຝຶກອົບຮົມດິຈິຕອນ, ພັດທະນາແຜນການຝຶກອົບຮົມ, ພັດທະນາພະນັກງານ-ລັດຖະກອນ ແລະ ສ້າງຫຼັກສູດການຮຽນ-ການສອນກ່ຽວກັບດິຈິຕອນ ໂດຍແມ່ນ ສູນບໍລິຫານລັດດິຈິຕອນ (DGC), ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຮັບຜິດຊອບຫຼັກໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

