ສະຖານທູດ ມາເລເຊຍ ປະຈໍາລາວ ສະຫລອງວັນຊາດຄົບຮອບ 68 ປີ

ວັນທີ 12 ກັນຍາ 2025ສະຖານເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ຈັດງານສະເຫລີມສະຫລອງວັນຊາດ ມາເລເຊຍ ຄົບຮອບ 68 ປີ, ວັນມາເລເຊຍ ຄົບຮອບ 62 ປີ ແລະ ວັນສ້າງຕັ້ງກອງທັບມາເລເຊຍ ຄົບຮອບ 92 ປີ ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນປະຈຳລາວ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ແອດີ ເອຍວານ ມາຮມຸດ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາລາວ ໄດ້ກ່າວວ່າ: ໃນວັນທີ 31 ສິງຫາ ຂອງທຸກໆປີ, ຊາວມາເລເຊຍຈາກທຸກຊັ້ນຄົນ ຈະມາເຕົ້າໂຮມກັນ ເພື່ອລະລຶກເຖິງວັນປະກາດເອກະລາດຂອງປະເທດ ໃນປີ 1957, ຊຶ່ງເປັນຊ່ວງເວລາປະຫວັດສາດ ທີ່ສະແດງໃຫ້ເຫັນການກຳເນີດອຳນາດອະທິປະໄຕ, ຄວາມສາມັກຄີກັນ ແລະ ໄດ້ມີການສະເຫລີມສະຫລອງຈົນເຖິງວັນທີ 16 ກັນຍາ ເພື່ອຫວນຄືນເຖິງການກໍ່ຕັ້ງປະເທດມາເລເຊຍ ໃນປີ 1963. ໃນວັນດຽວກັນນີ້, ພວກເຮົາຍັງໄດ້ສະເຫລີມສະຫລອງວັນສ້າງຕັ້ງກອງທັບມາເລເຊຍ ຊຶ່ງໄດ້ປະຕິບັດຈັດມາແຕ່ປີ 1933, ເຫດການສຳຄັນເຫລົ່ານີ້ບໍ່ພຽງແຕ່ລະນຶກເຖິງອະດິດເທົ່ານັ້ນ, ແຕ່ຍັງເປັນການສະທ້ອນເຖິງການເຄື່ອນໄຫວຂອງຊາດ ອີກດ້ວຍ.

ມາເລເຊຍ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບໜ້າທີ່ເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ມາເລເຊຍ ກໍາລັງໄດ້ປະສານສົມ ທົບຢ່າງໃກ້ສິດກັບບັນດາປະເທດຊະມາຊິກອາຊຽນ ແລະ ຄູ່ຮ່ວມພັດທະນາເພື່ອສ້າງພາກພື້ນ ໃຫ້ມີຄວາມສະຫງົບສຸກ, ຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ເພື່ອນໍາຜົນປະໂຫຍດອັນສູງສຸດມາສູ່ທຸກໆຄົນ ໂດຍສອດຄ່ອງກັບວິໄສທັດປະທານອາຊຽນ ຂອງພວກເຮົາ ໃນການສົ່ງເສີມການຄ້າພາຍໃນອາຊຽນ, ທັງສອງປະເທດ ມາເລເຊຍ ແລະ ສປປ ລາວ ໄດ້ສະແດງຄວາມມຸ່ງໝັ້ນໃນການເສີມສ້າງການຮ່ວມມືດ້ານໂລຈິສຕິກ ແລະ ສົ່ງເສີມການລົງທຶນ ເພື່ອສົ່ງເສີມການພັດທະນາທີ່ຍືນຍົງ. ພວກເຮົາມີຄວາມຍິນດີທີ່ໄດ້ຊາບວ່າ ມາເລເຊຍ ຍັງເປັນໜຶ່ງໃນສີ່ນັກລົງທຶນຕ່າງປະ ເທດລາຍໃຫຍ່ທີ່ສຸດໃນ ສປປ ລາວ.

ທ່ານ ແອດີ ເອຍວານ ມາຮມຸດ ຍັງໃຫ້ຮູ້ອີກວ່າ: ທ່ານ ດາໂຕະ ເສຣິ ອານວາ ອິບຣາຮີມ ນາຍົກລັດຖະ ມົນຕີ ມາເລເຊຍ ແລະ ທ່ານ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຫັນດີຮ່ວມກັນທີ່ຈະສະເຫລີມສະຫລອງ 60 ປີ ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ມາເລເຊຍ ແລະ ສປປ ລາວ ຊຶ່ງຈະຈັດຂຶ້ນໃນວັນທີ 1 ກໍລະກົດ 2026 ນີ້, ທັງສອງຝ່າຍເຫັນດີທີ່ຈະຮ່ວມສະເຫລີມສະຫລອງໃນໂອກາດນີ້ດ້ວຍຄວາມຄິດລິເລີ່ມ ແລະ ການສະຫລອງຮ່ວມກັນດ້ວຍຫລາຍສີສັນ ເພື່ອສະທ້ອນເຖິງມິດຕະພາບ ແລະ ການຮ່ວມມືອັນຍາວນານເຖິງຫົກທົດສະວັດ.