ທ່ານ ພົອ ວິໄລ ຫຼ້າຄຳຟອງ ເດີນທາງເຂົ້າຮ່ວມກອງປະຊຸມ ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ
ວັນທີ 14 ກັນຍາ 2025 ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນລະຫວ່າງວັນທີ 14-17 ກັນຍາ 2025, ໂດຍມີຄະນະນຳກະຊວງປ້ອງກັນຄວາມສະຫງົບ ແລະ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມສົ່ງທີ່ສະໜາມບິນສາກົນວັດໄຕ.
ຈຸດປະສົງໃນການເດີນທາງໃນຄັ້ງນີ້ເພື່ອເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍກັບກະຊວງປ້ອງກັນຄວາມສະຫງົຍ ສປ ຈີນ; ກອງປະຊຸມຂັ້ນລັດຖະມົນຕີ ວ່າດ້ວຍການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຕາມລຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ກອງປະຊຸມພົບປະສອງຝ່າຍກັບກະຊວງຮັກສາຄວາມໝັ້ນຄົງແຫ່ງຊາດຈີນ ລະຫວ່າງ ວັນທີ 14-17 ກັນຍາ 2025 ນີ້, ທັງເປັນການຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບລາວ-ຈີນ, ຄວາມສາມັກຄີທີ່ເປັນມູນເຊື້ອມາແຕ່ດົນນານໃຫ້ແໜ້ນແຟ້ນຂຶ້ນຕື່ມ.
ທີ່ມາ: ໜັງສືພິມຄວາມສະຫງົບ

