ຄຳມ່ວນ-ນະຄອນພະນົມ ສືບຕໍ່ຮ່ວມມື 8 ບັນຫາສຳຄັນໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ຂ່າວ ແຂວງຄຳມ່ວນ ລາຍງານວ່າ: ວັນທີ 10 ກັນຍາ 2025 ໄດ້ຈັດກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ຄັ້ງທີ 14 ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ແລະ ຈັງຫວັດນະຄອນພະນົມ ຣາຊະອານາຈັກໄທ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ແຂວງຄຳມ່ວນ, ທ່ານ ປຣາດຍາ ອຸ່ນເພັດວະຣາກອນ ຜູ້ວ່າຣາຊະການຈັງຫວັດນະຄອນພະນົມ ປະທານຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຈັງຫວັດນະຄອນພະນົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ທັງສອງຝ່າຍໄດ້ທົບທວນຄືນ ກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມ ຄະນະກຳມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ຄຳມ່ວນ-ນະຄອນພະນົມ ຄັ້ງທີ XIII ທີ່ໄດ້ພ້ອມກັນລົງນາມ ໃນຄັ້ງວັນທີ 7 ກັນຍາ 2023 ທີ່ຈັງຫວັດນະຄອນພະນົມ, ຣາຊະອານາຈັກໄທ. ນອກນັ້ນ, ຍັງຍົກໃຫ້ເຫັນບາງບັນຫາທີ່ຄົງຄ້າງເຊັ່ນ: ການເດີນທາງໄປ-ມາຜ່ານຊາຍແດນຂອງພົນລະເມືອງ ສອງຝ່າຍຈໍານວນໜຶ່ງຍັງບໍ່ຜ່ານດ່ານທາງການ, ຍັງມີກໍລະນີການແຕ່ງດອງທີ່ບໍ່ຖືກຕ້ອງຕາມລະບຽບຂອງສອງຝ່າຍ, ຍັງມີພົນລະເມືອງທັງສອງຝ່າຍຈຳນວນໜຶ່ງ ລັກລອບພົວພັນຊື້ ຂາຍສິນຄ້າໃນສິ່ງຫວງຫ້າມ ແລະ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ລວມທັງຜູ້ປະກອບການທຸລະກິດດູດແຮ່-ຊາຍ ທີ່ກະທໍາຜິດລ່ວງລໍ້າກາຍເຂດຊາຍແດນ.

ໃນກອງປະຊຸມເຫັນດີຮ່ວມກັນສືບຕໍ່ໃນ 8 ບັນຫາສໍາຄັນຄື:

  1. ດ້ານການຮ່ວມມືການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ
  2. ດ້ານການຮ່ວມມືໃນການຮັກສາເສັ້ນຊາຍແດນ ຄໍາມ່ວນ-ນະຄອນພະນົມ
  3. ດ້ານການຮ່ວມມືໃນການອຳນວຍຄວາມສະດວກ ແລະ ຄວາມປອດໄພໃນການເຂົ້າ-ອອກເມືອງຕາມດ່ານ
  4. ການຮ່ວມມືໃນການປ້ອງກັນ ແລະ ປາບປາມຢາເສບຕິດຢູ່ຕາມບໍລິເວນຊາຍແດນ
  5. ການຮ່ວມມືໃນການຮັກສາ ແລະ ປ້ອງກັນຕະຝັ່ງເຈື່ອນ
  6. ການແກ້ໄຂບັນຫາການດູດແຮ່-ຊາຍຕາມແມ່ນໍ້າຂອງ
  7. ການຮ່ວມມືໃນກໍລະນີບຸກຄົນ ຂອງແຕ່ລະຝ່າຍຖືກກັກຕົວຄຸມຂັງ
  8. ການຮ່ວມມືດ້ານແຮງງານ, ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງແຂວງຄຳມ່ວນ ແລະ ຈັງຫວັດນະຄອນພະນົມ ແລະ ກົນໄກການປະສານງານສອງຝ່າຍ.

ທີ່ມາ: Khammouane News