ຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ວັນທີ 11 ກັນຍາ 2025 ນີ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດຝຶກອົບຮົມວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໂດຍການເປັນປະທານ ຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ກົມ/ທຽບເທົ່າ ແລະ ຄະນະປ້ອງກັນພາຍໃນ ກຕສ, ບັນດາຜູ້ຕາງໜ້າຈາກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງ ກຕສ ເຂົ້າຮ່ວມ ຈໍານວນ 30 ກວ່າທ່ານ.

ທ່ານ ພວງປະເສີດ ແກ້ວສຸວັນ ກ່າວວ່າ: ຜົນກະທົບຈາກອັກຄີໄພເປັນສາເຫດຮ້າຍແຮງທີ່ກໍ່ໃຫ້ເກີດມີຜົນເສຍເຫຍຢ່າງຫຼວງຫຼາຍ ຊຶ່ງຫາທີ່ປຽບບໍ່ໄດ້, ສະນັ້ນ ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ ຈຶ່ງເປັນວຽກງານໜຶ່ງທີ່ສຳຄັນ ທີ່ຄະນະພັກ-ຄະນະນຳ ໄດ້ເອົາໃຈໃສ່ຢ່າງໃກ້ຊິດຕິດແທດ ເພື່ອປ້ອງກັນບໍ່ໃຫ້ມີເຫດການທີ່ບໍ່ດີເກີດຂຶ້ນ. ໃນໄລຍະເດືອນຜ່ານມານີ້ ກອງເລຂາຄະນະປ້ອງກັນພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສົບທົບກັບກົມຕໍາຫຼວດສະກັດກັັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ລົງກວດກາບັນດາຖັງດັບເພີງຢູ່ບັນດາຕຶກສໍານັກງານບ່ອນເຮັດວຽກຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອກວດຄືນສະພາບອຸປະກອນດັ່ງກ່າວ ແລະ ຂຶ້ນແຜນປັບປຸງປ່ຽນຖ່າຍຖັງດັບເພີ່ງທີ່ນໍາໃຊ້ບໍ່ໄດ້ແລ້ວ. ທ່ານຍັງຮຽກຮ້ອງໃຫ້ຜູ້ຂົ້າຮ່ວມເອົາໃຈໃສ່ແລກປ່ຽນຄວາມຮູ້ຮ່ວມກັນຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ ເພື່ອນຳເອົາຄວາມຮູ້ ແລະ ບົດຮຽນເຫຼົ່ານັ້ນມາໝູນໃຊ້ໃຫ້ທັນການໃນກໍລະນີມີເຫດສຸກເສີນເກີດຂຶ້ນ.