ຜູ້ແທນກະຊວງ ປກສ ເຂົ້າຮ່ວມປຶກສາຫາລືຕ້ານອາຊະຍາກໍາຂ້າມຊາດ ໃນອາຊຽນ

ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ນໍາໂດຍ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 19 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (19th AMMTC and Its Related Meetings) ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 9 – 11 ກັນຍາ 2025 ທີ່ ມາລັກກາ ປະເທດ ມາເລເຊຍ.

ຈຸດປະສົງເພື່ອປຶກສາຫາລືກ່ຽວກັບສະພາບອາຊະຍາກຳຂ້າມຊາດ ຕາມຂົງເຂດທີ່ເປັນບຸລິມະສິດຂອງກົນໄກກອງປະຊຸມລັດຖະມົນຕີອາຊຽນ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ; ແລກປ່ຽນບົດຮຽນໃນການແກ້ໄຂບັນຫາອາຊະຍາກຳຂ້າມຊາດ; ຮັບຮອງເອກະສານສຳຄັນສຳລັບການຮ່ວມມືໃນຕໍ່ໜ້າ ກ່ຽວກັບສະພາບອາຊະຍາກຳໃນ 8 ຂົງເຂດບຸລິມະສິດຂອງອາຊຽນ ເຊັ່ນ: ການລັກລອບຄ້າຢາເສບຕິດ, ການຄ້າມະ ນຸດ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ການກໍ່ການຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກລອບຄ້າສັດປ່າ ແລະ ໄມ້ຫວງຫ້າມ ແລະ ການຟອກເງິນ. ເຊິ່ງບັນດາປະເທດສະມາຊິກອາຊຽນເຫັນວ່າ ບັນຫາອາຊະຍາກໍາຂ້າມຊາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ພາກພື້ນໃນປັດຈຸບັນ ແລະ ນັບມື້ນັບສະລັບຊັບຊ້ອນຂຶ້ນເລື້ອຍໆ ຍ້ອນພວກອາຊະຍາກອນໄດ້ສວຍໃຊ້ເຕັກໂນໂລຊີທັນສະໄໝ ໂດຍສະເພາະແມ່ນປັນຍາປະດິດ ແລະ ລະບົບດີຈິຕ໋ອນ ເພື່ອກໍ່ອາຊະຍາກໍາ ແລະ ລົບຫຼີກການກວດກາຂອງເຈົ້າໜ້າທີ່, ເຊິ່ງໃນແຕ່ລະປີ ໄດ້ສ້າງຄວາມເສຍຫາຍເປັນມູນຄ່າມະຫາສານ.

ພ້ອມນີ້, ບັນດາປະເທດສະມາຊິກອາຊຽນ ຍັງໄດ້ແລກ ປ່ຽນບົດຮຽນກ່ຽວກັບຄວາມພະຍາ ຍາມລະດັບຊາດ, ພາກພື້ນ ແລະ ສາກົນ ໃນການຕ້ານອາຊະຍາກໍາຂ້າມຊາດ ໂດຍສະເພາະແມ່ນ ການແລກປ່ຽນຂໍ້ມູນຂ່າວສານວິຊາສະເພາະ ແລະ ການສ້າງຄວາມອາດສາມາດ ຕະຫຼອດຮອດການອອກມາດຕະການຮັບມືໃຫ້ສອດຄ່ອງກັບສະ ພາບອາຊະຍາກໍາຂ້າມຊາດໃນປະຈຸບັນ. ບັນດາປະ ເທດສະມາຊິກອາຊຽນ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຄວາມສໍາຄັນໃນການເພີ່ມທະວີການຮ່ວມມືລະດັບພາກພື້ນ ແລະ ການຮ່ວມມືກັບປະເທດຄູ່ຮ່ວມເຈລະຈາ ຍ້ອນປະເທດດຽວບໍ່ສາມາດແກ້ໄຂບັນຫາລວມໄດ້.

ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ:

  • ຮັບຮອງເອກະສານແນວຄວາມຄິດສະເໜີສ້າງຕັ້ງກອງປະຊຸມໜ່ວຍງານວິຊາການອາຊຽນ ວ່າດ້ວຍການຕ້ານການຟອກເງິນ
  • ແຜນງານຮ່ວມມືຄຸ້ມຄອງຊາຍແດນອາຊຽນ
  • ການຕົກລົງເຫັນດີໃຫ້ ຕີມໍ ແລັດສະເຕ ເຂົ້າເປັນພາຄີຂອງນິຕິກໍາອາຊຽນ ພາຍໃຕ້ກົນ ໄກກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ
  • ຖະແຫຼງການ 6 ສະບັບ ທີ່ມີເນື້ອໃນແນໃສ່ຊຸກຍູ້ການຮ່ວມມືຕ້ານການລັກລອບນໍາຄົນເຂົ້າ- ອອກເມືອງ, ອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ການຟອກເງິນ, ການຕ້ານການກໍ່ການຮ້າຍ, ໄລ່ຊອກ-ໄລ່ຈັບຜູ້ຮ້າຍທີ່ເອົາຕົວລົບໜີ ແລະ ຕ້ານການກໍ່ການຮ້າຍ, ເຊິ່ງຈຳນວນໜຶ່ງຈະໄດ້ນຳສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ເພື່ອພິຈາລະນາຮັບຮອງ.

ພ້ອມນີ້, ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ພົບປະເຮັດວຽກສອງຝ່າຍກັບ ຄະນະຜູ້ແທນ ກະຊວງປ້ອງກັນຄວາມສະຫງົບ ສປ ຈີນ ແລະ ກະຊວງຍຸຕິທໍາ ສ ເກົາຫຼີ ເພື່ອປຶກສາຫາລືວຽກງານທີ່ສອງຝ່າຍໃຫ້ຄວາມສົນໃຈ.