ເມືອງໄຊທານີ ຍຶດອາຍັດສິນຄ້າ ແລະ ສຶກສາອົບຮົມ ທີ່ຂາຍເຄື່ອງຊະຊາຍ

ຂ່າວສານ ເມືອງໄຊທານີ ລາຍງານວ່າ: ວັນທີ 10 ກັນຍາ 2025 ເວລາປະມານ 17:00 ໂມງ ນຳໂດຍທ່ານ ກົງສະຫວັນ ສຸລິຍະວົງ ຫົວໜ້າຫ້ອງການ ໂຍທາທິການແລະຂົນສົ່ງເມືອງ ພ້ອມດ້ວຍຄະນະສະເພາະກິດແກ້ໄຂຕາມບໍ່ເປັນລະບຽງຮຽງຮ້ອຍຂອງເມືອງ. ສືບຕໍ່ຈັດສັນຢ່າງຕໍ່ເນື່ອງເພື່ອຄວາມເປັນລະບຽບຮຽບຮ້ອຍຂອງເມືອງໂດຍໄດ້ອາຍັດສິນຄ້າທີ່ພໍ່ຄ້າ, ແມ່ຄ້າຊາວຂາຍ ມາວາງຂາຍຢູ່ແຄມທາງ ເຂດສະພັງເມິກ ຫາດອນໜູນ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄປສຶກສາອົບຮົມ ແລະ ປະຕິບັດຕາມລະບຽບກົດໝາຍ.