ການວາງຂາຍສິນຄ້າຕາມ ທາງຄົນຍ່າງ ເປັນພຶດຕິກຳເຫັນແກ່ຕົວ ແລະ ສ້າງຄວາມຫຍຸ້ງຍາກໃຫ້ສັງຄົມ

ໂດຍ : ຜາຕຸງ
ຜ່ານມາ ຜາຕຸງເຄີຍເວົ້າເລື່ອງ ຮ້ານນ້ອຍແຄມທາງ ກວມທາງຄົນຍ່າງ ຄວນໄດ້ຮັບການແກ້ໄຂໃຫ້ເຂົ້ສູ່ລະບຽບຜັງເມືອງເພາະວ່າ ທຸກມື້ນີ້ຕາມເເຄມເສັ້ນທາງສາຍຕ່າງໆ ບໍ່ວ່າຢູ່ນະຄອນຫຼວງວຽງຈັນກໍຄືບັນດາແຂວງທົ່ວປະເທດ ເຮົາຈະເຫັນວ່າມີຮ້ານຂາຍສິນຄ້າຫຼາກຫຼາຍປະເພດ ທັງເຄື່ອງແຫ້ງ,ເຄື່ອງປຽກ, ຮ້ານນ້ຳດື່ມ ນ້ຳສົ້ມນ້ຳຫວານ, ຂາຍໝາກໄມ້, ອາຫານຂອງກິນສຸກ, ລວມທັງຮ້ານສ້ອມແປງລົດຊຶ່ງສວ່ນຫຼາຍແລ້ວແມ່ນປະເພດລົດຈັກ ຕັ້ງຢູ່ແຄມທາງລາມອອກມາແລ້ວ ຢຶດເອົາທາງຄົນຍ່າງໄປເລີຍກໍມີ ຈົນກາຍເປັນສິ່ງທີ່ກີດຂວາງການໄປມາຂອງຄົນຈຳນວນບໍ່ໜ້ອຍ ແລະ ມີຄວາມສ່ຽງເຫດອຸບັດຕິເຫດໄດ້ງ່າຍ ຍ້ອນຄົນພຽງກຸ່ມນ້ອຍໜຶ່ງຕັ້ງຂຶ້ນ.
ຕາມຄຳຂວັນ 6 ສ ຂອງນະຄອນຫຼວງວຽງຈັນວາງອອກ ຜ່ານມາເຈົ້າໜ້າທີ່ທຸກພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ເລັ່ງປະຕິບັດວຽກງານນີ້ຢ່າງຈິງຈັງຢູ່ຫຼາຍທີ່ຫຼາຍບ່ອນຕາມຄຸ້ມບ້ານ ຕາມແຄມທາງ ມີທັງການນຳໃຊ້ ມາດຕະການເຂັ້ມງວດຕາມລະບຽບກົດໝາຍ, ປັບໃໝ, ເຮັດບົດບັນທຶກ ລວມທັງການສຶກສາອົບຮົມໃຫ້ເຂົ້າໃຈແຈ້ງຕໍ່ລະບຽບກົດໝາຍບ້ານບ້ານກຳນົດອອກ, ມີແມ່ຄ້າ ພໍ່ຄ້າຊາວຂາຍ ຜູ້ປະ ກອບການຫຼາຍຄົນໄດ້ໃຫ້ຄວາມຮ່ວມມືປ່ຽນແປງແກ້ໄຂ ເຮັດໃຫ້ບັນຍາກາດດີຂຶ້ນມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ມີຄວາມປອດໄພຫຼາຍຂຶ້ນ, ແຕ່ໃນຂະນະດຽວກັນກໍຍັງມີຜູ້ປະກອບການຈຳ ນວນຫຼາຍບໍ່ສົນໃຈທັງບໍ່ໃຫ້ຄວາມຮ່ວມມື ຍັງນຳເອົາສິນຄ້າ ເຂົ້າປາອາຫານ ມາຕັ້ງແຜງຂາຍຄືເກົ່າ ບໍ່ມີຄວາມເກງກົວຕໍ່ລະບຽບກົດໝາຍແຕ່ຢ່າງໃດ ໃນທີ່ສຸດກໍຖືກເຈົ້າໜ້າທີ່ກວດຕ້ອນຢຶດສິນຄ້ານັ້ນໄປ ສິ່ງທີ່ຕາມມາກໍຄືສຽງໂວຍວາຍຈົ່ມວ່າໄປຕ່າງໆນາໆໃຫ້ເຈົ້າໜ້າທີ່.
ໄລຍະຜ່ານມາ ເຈົ້າໜ້າທີ່ໄດ້ເຮັດບົດບັນທຶກນຳຊາວຄ້າຂາຍ ແລະ ໄດ້ມອບແຈ້ງການ ເພື່ອໃຫ້ຮັບຮູ້ ທັງເປັນເຈົ້າການປະຕິບັດຢ່າງເຄັ່ງຄັດ ຖືວ່າເປັນການໃຫ້ໂອກາດຄັ້ງສຸດທ້າຍ ໃນການຍົກຍ້າຍ,ຈັດແຈງ,ຈັດສັນ, ຈັດວາງວັດຖຸສິ່ງຕ່າງໆ ທີ່ຂາຍໃຫ້ເປັນລະບຽບຮຽບຮ້ອຍ ແລະ ໄປຂາຍໃນສະຖານທີ່ ທີ່ໄດ້ກຳນົດໃຫ້ ຖ້າຫາກບໍ່ປະຕິບັດຕາມການແນະນຳ ຄະນະກຳມະການດັ່ງກ່າວ,ຈະປະຕິບັດແບບເດັດຂາດ ປັບໃໝ ຢຶດສິນຄ້າ ແລະ ອຸປະກອນ ພ້ອມທັງດຳເນີນຄະດີຕາມລະບຽບກົດໝາຍ.
ການຢຶດເອົາທາງຄົນຍ່າງ ເປັນບ່ອນທຳມາຫາກິນຂອງຄົນພຽງກຸ່ມນ້ອຍໜຶ່ງຫຼືຈະຫຼາຍຄົນກໍຕາມເຫັນວ່າເປັນສິ່ງທີ່ບໍ່ສົມຄວນເລີຍ ນອກຈາກຈະກີດຂວາງການໄປມາຂອງຄົນເດີນດິນແລ້ວຍັງເປັນການສ້າງຄວາມບໍ່ເປັນລະບຽບຄວາມສັບສົນໃນສັງຄົມ ບ່ອນໃດທີ່ຕັ້ງເປັນຮ້ານສ້ອມແປງລົດຈັກກໍຍິ່ງສ້າງຄວາມເປິເປື້ອນໃສ່ບ່ອນນັ້ນອີກສ້າງຄວາມເປື້ອນເປິະ ຄວາມບໍ່ເປັນລະບຍບຮຽບຮ້ອຍ ເບິ່ງແລ້ວມັນເປັນພາບພົດທີ່ບໍ່ງາມຕາ,ບໍ່ສົມເປັນຕົວເມືອງທີ່ສີວິໄລເລີຍ.
ມາດຕາ 34 ແລະ 35 ຂອງດຳລັດ, ລັດຖະບານ ວາດ້ວຍການປັບໃໝ ແລະມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຈະລາຈອນທາງບົກ ສະບັບເລກທີ568/ລບ ລົງວັນທີ16 ກັນຍາ 2021ກຳນົດໄວ້ວ່າ: ໃນກໍລະນີ ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງຫາກໄດ້ປຸກສ້າງອາຄານ, ຕູບ, ຕໍ່ເທີບ, ຕໍ່ເງີບ ຫຼື ອື່ນໆ ເຂົ້າໃນພື້ນທີ່ເຂດການຈະລາຈອນ ໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງການທີ່ກ່ຽວຂ້ອງຈະຖືກປັບໃໝ 450,000ກີບ ພ້ອມທັງໃຫ້ຍົກຍ້າຍຫຼືມ້າງອອກພາຍໃນ 24 ຊົ່ວໂມງ ພາຍຫຼັງທີ່ໄດ້ເຮັດບົດບັນທຶກໃຫ້ຍົກຍ້າຍ ຖ້າຫາກກາຍກຳນົດເຈົ້າໜ້າທີ່ກ່ຽວຂ້ອງຈະປັບໃໝຊົ່ວໂມງລະ 15,000ກີບ.
ໃນກໍລະນີບຸກຄົນ ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງຫາກຫາກດຳເນີນກິດຈະການຂາຍລົດ ສ້ອມແປງລົດ ຕັ້ງຮ້ານອາຫານ, ຮ້ານບັນເທີງ ຫຼື ການບໍລິການອື່ນ ໂດຍການນຳໃຊ້ພື້ນທີ່ຂອງທາງຫຼວງ,ບ່າທາງ ຫຼື ທາງຄົນຍ່າງ ເປັນບ່ອນວາງຂາຍ,ສ້ອມແປງລົດ, ຕັ້ງໂຕະອາຫານ ຫຼື ວາງຂາຍສິນຄ້າ ຈະຖືກປັບໃໝ 300,000ກີບ, ຖ້າຫາກມີການລະເມີດເຖິງສາມຄັ້ງ ຜູ້ລະເມີດ ຈະຖືກຖອນໃບອະນຸ ຍາດດຳເນີນທຸລະກິດ ແລະສັ່ງໃຫ້ປິດກິດຈະການບົນພື້ນຖານການປະສານສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ.

