ແຜນການ 5 ປີຕໍ່ໜ້າ ແຂວງເຊກອງ ຕ້ອງການທຶນພັດທະນາ 8,000 ຕື້ກວ່າກີບ

ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ວັນທີ 28 ສິງຫາ 2025 ຜ່ານມານີ້ວ່າ: ໃນ 5 ປີ (2021-2025) ແຂວງເຊກອງ ສາມາດລະດົມແຫລ່ງທຶນເຂົ້າໃນການພັດທະນາໄດ້ທັງໝົດ 4,547.40 ຕື້ກີບ ປະຕິບັດໄດ້ລື່ນແຜນ 45.75% (ແຜນ 5 ປີ 3,120 ຕື້ກີບ) ໃນນັ້ນ: ການລົງທຶນຂອງລັດ 384.37 ຕື້ກີບ, ປະຕິບັດໄດ້ລື່ນແຜນ 54.36% (ແຜນ 5 ປີ 249 ຕື້ກີບ), ທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) 444.47 ຕື້ກີບ, ປະຕິບັດໄດ້ລື່ນແຜນ 42.45% (ແຜນ 5 ປີ 312 ຕື້ກີບ) ແລະ ການທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 3,718.56 ຕື້ກີບ, ປະຕິບັດໄດ້ລື່ນແຜນ 45.14% (ແຜນ 5 ປີ 2,562 ຕື້ກີບ) ໂດຍທຸກໆແຫລ່ງທຶນທີ່ແຂວງລະດົມໄດ້ນັ້ນ ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

ໃນ 5 ປີ (2026-2030) ແຂວງເຊກອງ ມີຄວາມຕ້ອງການທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 8,039 ຕື້ກີບ ກວມເອົາ 36% ຂອງ GDP (ສະເລ່ຍປະມານ 1,608 ຕື້ກີບ/ປີ). ໃນນີ້, ການລົງທຶນຂອງລັດ 804 ຕື້ກີບ (ສະເລ່ຍ 161 ຕື້ກີບ/ປີ); ທຶນຊ່ວຍເຫລືອລ້າ ແລະ ກູ້ຢືມ 1,206 ຕື້ກີບ (ສະເລ່ຍ 241 ຕື້ກີບ/ປີ); ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 6,029 ຕື້ກີບ (ສະເລ່ຍ 1,206 ຕື້ກີບ/ປີ).