ເລີ່ມສຳຫລວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫລວງພະບາງ ລວມ 80 ກິໂລແມັດ

ຂ່າວແຂວງຫລວງພະບາງ ລາຍງານວ່າ: ວັນທີ 9 ກັນຍາ 2025 ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເຊັນສັນຍາໃນການສຳຫລວດ-ອອກແບບໂຄງການເສັ້ນທາງວົງແຫວນອ້ອມຮອບນະຄອນ ຫລວງພະບາງ ແລະ ເມືອງຈອມເພັດ ຕາງໜ້າລົງນາມໂດຍ ທ່ານ ບລົ່ງວ່າງ ຫວ່າງເຈຍຊາ ຫົວໜ້າພະແນກໂຍທາທິການ ກັບທ່ານ ສາຍສຳພັນ ຈັນມະວົງ ປະທານບໍລິສັດຜູ້ຮັບເໝົາ ມີ ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫລວງພະບາງ ແລະ ພາກສ່ວນກ່ຽວຂ້ອງຂອງ ເຂົ້າຮ່ວມ.

ແລວທາງເສັ້ນທາງວົງແຫວນທີ່ໄດ້ສຶກສາແລ້ວ ເຫັນວ່າ ມີຄວາມເປັນໄປໄດ້ ເນື່ອງຈາກຫລາຍຈຸດກໍ່ມີທາງເກົ່າແລ້ວ ຍັງແຕ່ບາງຈຸດ ໂດຍສະເພາະ ຈາກເສັ້ນທາງ 2501 ຫລວງພະບາງ ຫາຕາດກວາງຊີ ເພື່ອເຊື່ອມຕໍ່ກັບທາງ 13 ເໜືອ ແລະ ຂົວຂ້າມນໍ້າຂອງອີກ 1 ແຫ່ງ, ລວມລວງຍາວຂອງເສັ້ນທາງວົງແຫວນ ນັບທັງເສັ້ນທາງທີ່ມີແລ້ວ ແລະ ຕ້ອງຕັດໃໝ່ ມີ 80 ກິໂລແມັດ ມີໄລຍະການສຳຫລວດ-ອອກແບບ ແລະ ສຶກສາຄວາມເປັນໄປໄດ້ 1 ປີ.

ໂຄງການດັ່ງກ່າວ, ມອບໃຫ້ບໍລິສັດ ເປັນຜູ້ລົງທຶນໃນການສຳຫລວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບ ນະຄອນ ຫລວງພະບາງ ແລະ ເມືອງຈອມເພັດ, ສ່ວນຂົວຂ້າມນໍ້າຂອງ ພາຍຫລັງສຳເລັດການກໍ່ສ້າງເສັ້ນທາງແລ້ວ ອາດຈະນໍາໃຊ້ເຮືອບັກກ່ອນ. ພາຍຫລັງຂໍການຊ່ວຍເຫລືອທຶນກູ້ຢືມຈາກແຫລ່ງທຶນອື່ນໆ ຫລື ອາດໃຫ້ບໍລິສັດເຮັດການລົງທຶນຮູບແບບ ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ (BOT) ເພື່ອຄວາມຍືນຍົງ.

ທີ່ມາ: ໂທລະພາບແຂວງຫລວງພະບາງ