ປະທານປະເທດ ໂທລະເລກສະແດງຄວາມຊົມເຊີຍວັນຊາດ ສປປ ເກົາຫລີ

ວັນທີ 9 ກັນຍາ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິ ຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານ ເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາ ຫລີ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 77 ປີ.

ເນື້ອໃນໂທລະເລກ ໄດ້ລະບຸວ່າ: ເນື່ອງໃນໂອກາດ ວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 77 ປີ, ໃນນາມຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງ ສະຫາຍ ແລະ ຜ່ານ ສະຫາຍ ໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫລີ ແລະ ປະຊາຊົນ ສປປ ເກົາຫລີ ອ້າຍນ້ອງທຸກຖ້ວນໜ້າ.

ໃນຖານະເພື່ອນມິດທີ່ໃກ້ຊິດ, ພວກຂ້າພະເຈົ້າ ມີຄວາມພາກພູມໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງ ທີ່ ສປປ ເກົາຫລີ ອ້າຍນ້ອງຍາດມາໄດ້ ຕະຫລອດໄລຍະຫລາຍກວ່າ 7 ທົດສະວັດຜ່ານມາ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສຂອງພັກແຮງງານ ເກົາຫລີ ອັນມີ ສະຫາຍ ເປັນຜູ້ນໍາໜ້າ, ສປປ ເກົາຫລີ ຈະສືບຕໍ່ໄດ້ຮັບຜົນ ສຳເລັດໃນພາລະກິດສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ເຂັ້ມແຂງ ເພື່ອບັນລຸເປົ້າໝາຍແຫ່ງການກໍ່ສ້າງສັງຄົມນິຍົມຢ່າງສະຫງ່າງາມ.

ຂ້າພະເຈົ້າ ມີຄວາມຍິນດີສືບຕໍ່ຮ່ວມມືກັບ ສະຫາຍ ຢ່າງໃກ້ຊິດ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນຍາວນານ ລະຫວ່າງ ສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ເກົາຫລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາ ສູ່ປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອພາລະກິດເສີມສ້າງ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນມາຍັງ ສະຫາຍ ຈົງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດອັນໃໝ່ໃຫຍ່ຫລວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ.

ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງໂທລະເລກສະແດງຄວາມຊົມເຊີຍ ເຖິງ ສະຫາຍ ປາກ ແທ ຊອງ ນາຍົກລັດຖະມົນຕີ ແຫ່ງ ສປປ ເກົາ ຫລີ ແລະ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງເຖິງ ສະຫາຍ ນາງ ແຈ ຊອນ ຮຸຍ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ເກົາຫລີ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ຄົບຮອບ 77 ປີ ເຊັ່ນດຽວກັນ.

ທີ່ມາ: ຂ່າວສານປະເທດລາວ