ເມືອງອາດສະພອນເປີດນຳໃຊ້ຂົວແຫ່ງໃໝ່ຂອງບ້ານກຸດຊຸງ

ພິທີເປີດນຳໃຊ້ຂົວແຫ່ງ ໃໝ່ຂອງ ບ້ານກຸດຊຸງ ເມືອງ ອາດສະພອນ ແຂວງສະຫວັນ ນະເຂດ ໄດ້ຈັດ ຂຶ້ນໃນວັນທີ 23 ທັນວາຜ່ານມາ ນີ້, ຢູ່ທີ່ບ້ານດັ່ງ ກ່າວໂດຍການ ເຂົ້າຮ່ວມຂອງ ທ່ານ ເຈົ້າເມືອງອາດສະພອນ ພ້ອມດ້ວຍປະຊາຊົນບ້ານດັ່ງ ກ່າວຮອງນາຍບ້ານກຸດຊຸງ ໃຫ້ ຮູ້ວ່າ: ຂົວແຫ່ງນີ້ ເປັນຂົວໄມ້ ເພື່ອຂ້າມຫ້ວຍໄລ່ເຊື່ອມຕໍ່ໃສ່ ບ້ານນາໝາກເກືອ, ມີຄວາມ ຍາວປະມານ 25 ແມັດ, ກວ້າງ 5 ແມັດລວມມູນຄ່າໃນການກໍ່ ສ້າງທັງມົດ 96 ລ້ານກວ່າກີບ, ດ້ວຍລະດົມທຶນຈາກປະຊາຊົນ ບ້ານດັ່ງກ່າວ.
ໃນໂອກາດນີ້ ທ່ານເຈົ້າ ເມືອງກໍ ໄດ້ມີຄຳເຫັນກ່າວ ຍ້ອງຍໍຊົມເຊີຍຕໍ່ນ້ຳໃຈເສຍ ສະຫລະປະກອບສ່ວນທຶນ ຮອນຂອງປະຊາຊົນເຂົ້າໃນ ການສ້າງສາພັດທະນາ ບ້ານ ເກີດເມືອງນອນຂອງຕົນ ໂດຍ ສະເພາະແມ່ນການສ້າງຂົວ ແຫ່ງນີ້ເພື່ອຄວາມສະດວກ ສະບາຍໃນການສັນຈອນໄປ ມາຫາສູ່, ເພື່ອໃຫ້ລູກຫລານ ເດີນທາງໄປຮ່ຳຮຽນສະດວກ ໄດ້ສອງລະດູ.
+ ຂົວຂ້າມນ້ຳເຊກອງຈະເປີດການນຳໃຊ້ໃນວັນທີ 2 ທັນວາປີນີ້
+ ເລີ່ມຈັດເກັບຄ່າທໍານຽມຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກດ່ານພາສີສາກົນຂົວມິດ ຕະພາບ 1 ດ້ວຍລະບົບທັນສະໄໝ

