ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ໄດ້ຈາກຜົນລະປູກຂອງຊາວກະສິກອນ

ບຸນຫໍ່ເຂົ້າສະຫຼາກ (ບຸນຫໍ່ເຂົ້າໃຫຍ່) ນອນຢູ່ໃນຮີດ​ສິບສອງຄອງ​ສິບ​ສີ່​ປະ​ເພ​ນີ​ລາວ​ ເຊິ່ງກົງກັບຮີດທີ 10 ປີ 2025 ນີ້ແມ່ນຖືກມື້ວັນອາທິດ ຂຶ້ນ 15 ຄ່ຳເດືອນ 10 ລາວ ປີ ພ.ສ 2568 (ວັນທີ 07 ເດືົ້ອນ 9 ສາກົນ ປີຄ.ສ 2025)

ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດບຸນໃຫຍ່ໃນກາງພັນສາ ເຊິ່ງເປັນບຸນປາງໜຶ່ງທີ່ໃກ້ຄຽງ ແລະ ຄ້າຍກັນກັບບຸນຫໍເຂົ້າປະດັບດິນ ເປົ້າໝາຍກໍເພື່ອອຸທິດບຸນເຖິງຍາດພີ່ນ້ອງຜູ້ທີ່ລ່ວງລັບໄປເປັນເຜດຜີ ທີ່ຍັງບໍ່ພົ້ນຈາກຄວາມທຸກ ແລະ ເປັນກຸ່ມຜີທີ່ ອາໄສຢູ່ຕາມສະຖານທີ່ຕ່າງໆ ຄົນລາວເຮົາເມື່ອກ່ອນເອີ້ນວ່າ ຜີຕາແຮກຜູ້ປົກປັກຮັກສາໄຮ່ນາຮົ້ວສວນ.

ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ຫາມາໄດ້) ແລ້ວນໍາມາໃສ່ກ໋ວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍທານ ໃຫ້ແກ່ພຣະສົງສາມະເນນ ພ້ອມທັງຢາດນໍ້າອຸທິດສ່ວນບຸນກຸສົນໄປໃຫ້ດວງວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.

ແຕ່ປະເພນີ ບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງໄທຍະທານໄປຖວາຍ ພຣະສົງສາມະເນນນັ້ນ ຊາວບ້ານຈະຈັບສະຫຼາກກັບພຣະສົງສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາເຄື່ອງຂອງທານໄປຖວາຍພຣະ-ເນນອົງນັ້ນໂລດ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະສົງ- ສາມະເນນຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງຍາດໂຍມທ່ານໃດ ເຈົ້າຂອງຜູ້ນັ້ນກໍນໍາເອົາຂອງທານຂອງຕົນ ໄປຖວາຍ ພຣະ-ເນນອົງນັ້ນໂລດ.

ມູນເຫດແລະປະຫວັດຄວາມເປັນມາ ມີໃນນິທານທຳມະບົດວ່າ ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າພຣະອົງໜຶ່ງມີນາມວ່າ “ປະທະມຸດຕະຣະ” ອາໄສ ຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດຂອງພິກຂຸ ໃນເວລານັ້ນຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອະນາຖາເຂັນໃຈ ຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ພໍລ້ຽງຊີບໄປແຕ່ລະວັນ ສອງຜົວເມຍຄູ່ນັ້ນເປັນຜູ້ເຫຼື້ອມໃສໃນພຸດທະສາສະໜາ ແຕ່ບໍ່ມີໂອກາດໄດ້ໃຫ້ທານ ຮັກສາສິນ, ຟັງທຳ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ອາດແມ່ນຜົນດັ່ງກ່າວ ຈຶ່ງເຮັດໃຫ້ເປັນຄົນທຸກຍາກ ຈຶ່ງໄດ້ປຶກສາກັບພັນລະຍາ ເພື່ອເຮັດເຄື່ອງໄທຍະທານ ໂດຍໄດ້ເຂົ້າຫາສິ່ງຂອງມາຂາຍ  ແລ້ວໄປຊື້ເຄື່ອງຂອງເຮັດເປັນສະຫຼາກ ໄປຖວາຍ ພຣະຕົນໜຶ່ງ ພ້ອມປາຖະໜາວ່າ: “ບຸນກຸສົນຜົນທານນີ້ ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານ ລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ” ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການ ໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.

ສ່ວນທີ່ມາຂອງ​ຜີ​ຕາ​ແຮກ ແມ່ນເວົ້າເຖິງການຈອງເວນກຳກັນລະຫວ່າງ ເມຍນ້ອຍ ແລະ ເມຍຫຼວງ ຈົນມາໃນຍຸກສະໄໝພຸດທະການເມຍຜູ້ໜຶ່ງເກີດເປັນຍັກ ແລ້ວພົບ​​ພຣະ​ພຸດທະເຈົ້າກຳ​ລັງ​ສະ​ແດງ​ທຳມະ ພຣະ​ພຸດ​ທະ​ເຈົ້າ​ຈຶ່ງ​ໄດ້​ເລົ່າ​ເລືອງ​ອະ​ດີດຊາດ​ຂອງ​ທັງ​ສອງ​ໃຫ້​ຟັງ​ທ່າມ​ກາງ​ພະ​ສົງ​ ແລະ​ ຍາດ​ໂຍມ​ທີ່​ມາ​ຟັງ​ທັມ​ເຖິງ​ຕົ້ນ​ປາຍ​ສາຍ​ເຫດ​ແລະ​ບອກ​ທັງ​ສອງ​ໃຫ້​ອະ​ໄພ​ເຊິ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ບໍ​ໃຫ້​ອາ​ຄາດ​ຈອງ​ເວນ​ກັນ​ອີກ ​ກັມເວນ​ຍ່ອມບໍ່​ສາ​ມາດ​ລະ​ງັບ​ດ້ວຍ​ການ​ຈອງ​ເວນ​ຄື​ໜູ​ກັບ​ແມວ ງູ​ກັບ​ຈອນ​ຟອນ ນົກ​ເຄົ້າ​ກັບ​ກາ ດັ່ງ​ນີ້​ເປັນ​ຕົ້ນ ເວນຈະລະງັບດ້ວຍການບໍ່ຈອງເວນພະ​ອົງ​ໄດ້​ບອກ​ໃຫ້​ທັງ​ສອງ​ຜົວ​ເມຍ​ລ້ຽງ​ນາງ​ຍັກ​ຂີ​ນີ​ຜູ້​ນີ້​ໄວ້​ແລ້ວ​ປຸກ​ຕູບ​ໃຫ້​ຢູ່​ແຄມ​ນາ​ແລ້ວ​ໃຫ້​ນາງ​ຍັກ​ເຊົາ​ກິນ​ຊີ້ນ​ແລ້ວ​ຫັນ​ມາ​ກິນ​ໝາກ​ໄມ້​ແທນ ດ້ວຍ​ເຫດ​ນັ້ນ​ພວກ​ເຮົາ​ຈື່ງ​ພາ​ກັນ​ນຳ​ໝາກ​ໄມ້​ມາ​ເຮັດ​ສະຫຼາກ​ແລ້ວ​ນຳ​ໄປ​ຫ້ອຍໄວ້​ເທິງ​ຫົວ​ນາ ນາງ​ຍັກ​ກໍ​ຈົ່ງ​ຕອບ​ແທນ​ຊາວ​ບ້ານ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ໄຮ່​​ຕາ​ກ້າ​ຈາກ​ສັດ​ສາ​ວາ​ສິ່ງ​ຕ່າງ​ໆ  ພາຍ​ລຸນ​ມາ​ຈຶ່ງ​​ປ່ຽນ​ຈາກ​ຍັກ​ຂີ​ນີ​  ເປັນຜີ​ຕາ​ແຮກ.

ຢ່າງໃດກໍຕາມ ບຸນປະເພນີບຸນສະຫຼາກນັ້ນ ເປັນປະເພນີດັ້ງເດີມທີ່ຄົນລາວຖື ເລື່ອງບັນພະບູລຸດ ເມື່ອຜົນລະປູກໃຫ້ໝາກໃຫ້ຜົນກໍຈະນຳເອົາສິ່ງຂອງເຫຼົ່ານັ້ນໄປເສັ້ນໄຫວ້ ຄອບເລົ່າ ໃຫ້ຜີບັນພະບູລຸດໄດ້ຮັບຮູ້ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ຜູ້ທີ່ເຮັດເຮັດເຄີຍສ້າງມາກ່ອນ ເຊິ່ງເປັນປະເພນີສືບທອດກັນມາຈົນເຖິງສະໄໝພຸດທະສາສະໜາເຂົ້າມາ ມີພຮະສົງ ຈຶ່ງໄດ້ນຳເອົານິທານທຳມະບົດ, ຫຼັກທຳ, ຫຼັກການເຮັດບຸນອຸທິດປະກອບເຂົ້າ ກາຍເປັນຮີດຄອງປະເພນີແບບປະສົມປະສານຢ່າງກົມກຽວ.

ບຸນສະຫຼາກ ຖືໄດ້ວ່າເປັນບຸນທີ່ປະສົມປະສານແບບລົງຕົວລະຫວ່າງປະເພນີບູຮານດັ້ງເດີມຂອງລາວ ກັບ ປະເພນີແບບຊາວພຸດ ເປັນບຸນປາງໜຶ່ງທີ່ບົ່ງບອກເຖິງຄວາມອຸດົມສົມບູນດ້ານພືດພັນທັນຍາຫານ, ການສະແດງອອກເຖິງຄວາມຮູ້ບຸນຄຸນຄໍ່ບັນພະບູລຸດ ແລະ ສຳນຶກໃນບຸນກຸສົນ ເລື່ອງກຳ ແລະ ຜົນຂອງກຳໃນທາງພຸດທະສາສະໜາ ທີ່ໄດ້ຮັບການສືບທອດກັນມາແຕ່ສະໄໝບູຮານ ແລະ ຕະຫຼອດໄປ.