ປະກາດບັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈະເລີ່ມ ພະຈິກ 2025

ວັນທີ 4 ກັນຍາ 2025 ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025, ຜູ້ປະຈຳການ ໄດ້ເຂົ້າຮ່ວມກອງປະຊຸມໂຮມຊຸມນຸມ ປະກາດບັ້ນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ທີ່ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງໆບໍລິຄໍາໄຊ, ຮອງຫົວໜ້າຄະນະຊີ້ນຳຂັ້ນແຂວງ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025.

ທ່ານ ນາງເພັດສະໝອນ ສອນ ໃຫ້ຮູ້ວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນີ້ ເປັນບັ້ນການສຳຫຼວດທີ່ມີຄວາມໝາຍຄວາມສຳຄັນ ເຊິ່ງສາມາດສະໜອງຂໍ້ມູນທີ່ຖືກຕ້ອງຊັດເຈນ ແລະ ກວ້າງຂວາງເລິກເຊິ່ງ ໃຫ້ແກ່ຂະບວນການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງປະເທດລາວເຮົາ ກໍ່ຄື ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ພ້ອມນີ້, ກໍຈະເປັນບ່ອນອີງ ທີ່ໜັກແໜ້ນ ແລະ ໜ້າເຊື່ອຖື ໃນການສ້າງນະໂຍບາຍສົ່ງເສີມການພັດທະນາແບບຍືນຍົງ (SDGs) ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນ ສປປ ລາວ.

ຂໍ້ມູນຈາກການສຳຫຼວດພົນລະເມືອງດັ່ງກ່າວ, ບໍ່ພຽງແຕ່ ເປັນການສະແດງໃຫ້ເຫັນເຖິງການຂະຫຍາຍຕົວຂອງພົນລະເມືອງ ທຽບໃສ່ 40 ປີ ຫຼື 10 ປີ ທີ່ຜ່ານມາເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງ ການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການພົວພັນຮ່ວມມືທີ່ມີບົດບາດ ຂໍ້ມູນທີ່ເກັບກຳ ແລະ ລວບລວມຈາກການສຳຫຼວດໃນຄັ້ງນີ້ ຈະມີບົດບາດສຳຄັນ ໃນການສົ່ງເສີມບົດບາດຂອງພົນລະເມືອງ ແລະ ການພັດທະນາແບບຍືນຍົງ ຂອງ ສປປ ລາວ, ພາກພື້ນ ແລະ ສາກົນ ໃນຂົງເຂດການເຕີບໂຕ, ການປ່ຽນແປງຂອງພົນລະເມືອງ, ການຍົກຍ້າຍຖິ່ນຖານ, ການພັດທະນາຕົວເມືອງ ແລະ ການປ່ຽນແປງໃນການດຳລົງຊີວິດທີ່ສຳຄັນອື່ນໆ.

ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເປັນເຄື່ອງມື ທີ່ສຳຄັນທີ່ສຸດ ຕິດພັນກັບນະໂຍບາຍ ແລະ ຍຸດທະສາດ ເປັນຕົ້ນແມ່ນ ຍຸດທະສາດໂພສະນາການແຫ່ງຊາດ, ນະໂຍບາຍແຫ່ງຊາດດ້ານປະຊາກອນ, ນະໂຍບາຍທາງດ້ານສັງຄົມ ເຊັ່ນ: ສຶກສາ, ສາທາລະນະສຸກ, ຄວາມທຸກຍາກ, ການຍົກຍ້າຍຖິ່ນຖານ, ຄວາມສະເໝີພາບຂອງບົດບາດຍິງຊາຍ ແລະ ການຈັດການດ້ານການບໍລິການສາທາລະນະ ພ້ອມທັງຮັບໃຊ້ເຂົ້າໃນວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເພື່ອເພີ່ມທະວີວຽກງານການຈົດທະບຽນພົນລະເມືອງໃຫ້ທົ່ວເຖິງໃນຂອບເຂດທົ່ວປະເທດ ຕາມທີ່ໄດ້ກຳນົດໄວ້ໃນຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025.

ຜົນສຳເລັດໃນການຈັດຕັ້ງປະຕິບັດການສຳຫຼວດພົນລະເມືອງໃນຄັ້ງນີ້ ຈະເປັນການເພີ່ມບົດບາດ ຂອງ ສປປ ລາວ ໃນການສະໜອງຂໍ້ມູນທີ່ຖືກຕ້ອງສອດຄ່ອງກັບສາກົນໃນທົ່ວໂລກ ເພື່ອຮັບມືກັບສິ່ງທ້າທາຍ ຮ່ວມກັນ, ສົ່ງເສີມການເຕີບໂຕທາງດ້ານເສດຖະກິດທີ່ມີສ່ວນຮ່ວມຂອງຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ເພື່ອຮັບປະກັນ “ບໍ່ປະປ່ອຍໃຜໄວເບື້ອງຫຼັງ” ຫຼື “ພວກເຮົາກ້າວໄປພ້ອມກັນ”, ພ້ອມດຽວກັນນີ້ ກໍ່ຈະເປັນການປະກອບສ່ວນອັນສຳຄັນໃຫ້ສາກົນ ໃນການບັນລຸການພັດທະນາແບບຍືນຍົງ 2030.

ປັດຈຸບັນ ສູນສະຖິຕິແຫ່ງຊາດ ກໍຄື ກະຊວງການເງິນ ໄດ້ເປັນເຈົ້າການກະກຽມການດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ເຊິ່ງຂະບວນການດັ່ງກ່າວມີແຜນຈະດຳເນີນໃນໄລຍະທີ 2 ເລີ່ມແຕ່ເດືອນ ພະຈິກ 2025 ເປັນຕົ້ນໄປ, ຊຶ່ງຂະບວນການເກັບກໍາຂໍ້ມູນຂອງການສໍາຫຼວດ ໃນລະດັບຄົວເຮືອນ ຫຼື ການສໍາຫຼວດໃຫ່ຍ ຈະໄດ້ດຳເນີນເປັນເວລາ 6-8 ອາທິດ (ຈໍານວນ 288 ເຂດ ໃນ 07 ເມືອງ) ຄາດວ່າຈະສຳເລັດໃນເດືອນ ທັນວາ 2025. ໄລຍະທີ 3 ແມ່ນການສໍາຫຼວດປະເມີນຄຸນນະພາບ ຊຶ່ງເປັນການສຳຫຼວດຕົວແທນຫຼັງການສຳຫຼວດໃຫຍ່ການສຳຫຼວດດັ່ງກ່າວຈະໄດ້ດຳເນີນ ເປັນເວລາ 2 ອາທິດ ໃນເດືອນ ມັງກອນ 2026.