ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10

ວັນທີ 3-6 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄໍາຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (The Far Eastern: Cooperation for Peace and Prosperity), ທີ່ ເມືອງວະລາດີວັດສະຕົກ ສ ຣັດເຊຍ. ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສົ່ງເສີມການຮ່ວມມື, ການຄ້າ ແລະ ການລົງທຶນ ລະຫວ່າງ ສ ​ຣັດເຊຍ ແລະ ພາກພື້ນ ກໍຄືໃນໂລກ ໂດຍສະເພາະ ເພື່ອການສົ່ງເສີມການຮ່ວມມືດ້ານເສດຖະກິດໃນພາກຕາເວັນອອກໄກຂອງ ສ ຣັດເຊຍ ແລະ ເປີດກວ້າງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ກັບປະເທດໃນພາກພື້ນອາຊີຕາເວັນອອກ ແລະ ອາຊີ-ປາຊີຟິກ.

ໃນກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມໃນນາມເປັນແຂກກິດຕິມະສັກຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ສ ຣັດເຊຍ ແລະ ໄດ້ຂຶ້ນ​ກ່າວ​ປາ​ໄສ ພ້ອມທັງ ຕອບຄໍາຖາມໃນກອງປະຊຸມພາກຄົບຄະນະຮ່ວມກັບ ປະ​ທານ​າ​ທິ​ບໍ​ດີ ວາ​ລາ​ດີ​ເມຍ ປູ​ຕິນ ແລະ ແຂກ​ການ​ນຳຂັ້ນສູງຈາກມົງໂກລີ ແລະ ສປ ຈີນ.

ໃນ​ໂອ​ກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ລະບົບໂຄງສ້າງເສດຖະກິດຂອງໂລກ ຊຶ່ງໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ຍົກສູງການຮ່ວມມື ແລະ ແກ້ໄຂບັນຫາຮ່ວມກັນ ຜ່ານກົນໄກການປຶກສາຫາລື ແລະ ກົນໄກຫຼາຍຝ່າຍ ບົນພື້ນຖານການເຄົາລົບ ຊຶ່ງກັນ ແລະ ກັນ, ແລະ ສອດຄ່ອງກັບກົດໝາຍສາກົນ. ພ້ອມດຽວກັນນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງ ສ ຣັດເຊຍ ໃນເວທີສາກົນ ແລະ ຄວາມສໍາຄັນຂອງການຮ່ວມມືຫຼາຍຝ່າຍ ໃນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ກ້າວໄປສູ່ການສ້າງຄວາມສົມບູນພູນສຸກຂອງພາກພື້ນໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານ ຍັງໄດ້ຍົກໃຫ້ເຫັນ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ໃນໄລຍະຜ່ານມາ ກໍຄືປັດຈຸບັນ ໃນຖານະເປັນຄູ່ຮ່ວມຍຸດທະສາດ ແລະ ຄົບຮອບ 65 ປີ ແຫ່ງການສ້າງສາຍພົວພັນການທູດ ລາວ-ຣັດຊຍ ໃນປີ 2025 ນີ້. ຄຽງຄູ່ກັນນັ້ນ, ໄດ້ຍົກໃຫ້ເຫັນການປະຕິບັດນະໂຍບາຍການເຊື່ອມຈອດພາກພື້ນຂອງ ສປປ ລາວ ໃນ​ການ​ຫັນ​ປະ​ເທດ​ທີ່​ບໍ່​ມີ​ຊາຍ​ແດນ​ຕິດ​ກັບ​ທະ​ເລ ໄປ​ສູ່​ການ​ເປັນ​ປະ​ເທດ​ເຊື່ອມ​ໂຍງ-ເຊື່ອມ​ຈອດ​ໃນ​ພາກ​ພື້ນ ທີ່ມີຄວາມຄືບໜ້າເປັນກ້າວໆມາ.

ເວທີປຶກສາຫາລືເສດຖະກິດຕາເວັນອອກ ແມ່ນລິເລີ່ມໂດຍ ສ ຣັດເຊຍ ໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 2015 ເປັນຕົ້ນມາ ແລະ ໄດ້ຈັດຂຶ້ນທຸກໆປີ ຢູ່ເມືອງວະ​ລາດີວັດ​ສະຕົກ ຊຶ່ງຖືວ່າເປັນເວທີທີ່ສໍາຄັນ ແລະ ເປັນກົນໄກໜຶ່ງທີ່ມີປະສິດທິຜົນສູງ ໃນການສົ່ງເສີມວຽກງານການຮ່ວມມືດ້ານເສດຖະກິດຂອງພາກພື້ນກໍຄືຂອງໂລກ ໂດຍສະເພາະແມ່ນການສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການປະກອບສ່ວນຊຸກຍູ້ດ້ານການພັດທະນາໃນຂົງເຂດຕ່າງໆ. ເວທີການປຶກສາຫາລືດັ່ງກ່າວ ແມ່ນໄດ້ເປີດໂອກາດໃຫ້ແກ່ຜູ້ວາງນະໂຍບາຍທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມເປັນຈໍານວນຫຼວງາຍໃນແຕ່ລະປີ ເພື່ອແລກປ່ຽນວິໄສທັດດ້ານການພັດທະນາ ແລະ ປຶກສາຫາລື ກ່ຽວກັບ ບັນຫາຕ່າງໆ ທີ່ເປັນສິ່ງທ້າທາຍດ້ານເສດຖະກິດຂອງພາກພື້ນ ແລະ ສາກົນ.

ໃນໂອກາດເຂົ້າຮ່ວມກອງປະຊຸມເສດຖະກິດຕາເວັນອອກຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ; ໄດ້ເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມເວທີປຶກສາຫາລືພາກທຸລະກິດ ສປປ ລາວ – ສ ຣັດເຊຍ ເພື່ອສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ລະຫວ່າງ ສອງປະເທດ ໃຫ້ນັບມື້ຂະຫຍາຍຕົວຫຼາຍຂຶ້ນ; ໄດ້ໃຫ້ສຳພາດ ຕໍ່ສື່ມວນຊົນຂອງຣັດເຊຍ ເພື່ອໂຄສະນານະໂຍບາຍ ສົ່ງເສີມການພົວພັນຮ່ວມມືຂອງ ສປປ ລາວ ກັບປະເທດຕ່າງໆ ໂດຍສະເພາະແມ່ນນະໂຍບາຍສົ່ງເສີມການຄ້າ ແລະ ການລົງທຶນຂອງ ສປປ ລາວ; ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໄອວານ ໂປລຢາຄົບ (Ivan Polyakov) ປະທານສະພາທຸລະກິດຣັດເຊຍ – ອາຊຽນ ແລະ ນັກສຶກສາລາວ ທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຂອງເມືອງດັ່ງກ່າວ.

ການເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 ນີ້ ແມ່ນໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ແລະ ປະສົບຜົນສໍາເລັດຕາມຄາດໝາຍ ທັງເປັນການປະກອບສ່ວນຢ່າງຫ້າວຫັນ ໃນການສົ່ງເສີມການພົວພັນຮ່ວມມືອັນດີໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ກັບບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ຂ່າວ: ກະຊວງການຕ່າງປະເທດ