ລະວັງ! ຢ່າຖືເບົາ ຄວາມປອດໄພຮອບດ້ານໃນການ ຮັບ-ສົ່ງນັກຮຽນ

ໂດຍ: ຜາຕຸງ

ການໄຂສົກຮຽນໃໝ່ 2025-2026 ໄດ້ເລີ່ມຕົ້ນເປີດການຮຽນ-ການສອນແລ້ວ ແຕ່ວັນທີ 1 ກັນຍາ 2025 ແລະ ຈະດຳເນີນໄປຈົນຮອດເດືອນ ມິຖຸນາ 2026 ຈຶ່ງຈະສຳເລັດ. ໄລຍະ 9 ເດືອນຂອງການສຶກສາຮ່ຳຮຽນນີ້ ສະຖາບັນການສຶກສາລ້ວນແຕ່ໄດ້ອອກແຮງແຂ່ງຂັນກັນໃນຂະບວນການສອນດີ-ຮຽນເກັ່ງຢ່າງຟົດຟື້ນທັງໃນຕົວເມືອ ແລະ ຊົນນະບົດຫ່າງໄກ ທີ່ໄດ້ຄູທະຫານເຂົ້າມາຊ່ວຍສິດສອນ, ໃນສົກ ຮຽນນີ້ ກໍຄືຜ່ານມາ ພໍ່ແມ່ຜູ້ປົກຄອງທຸກຄົນຕ່າງກໍຊອກທຸກເງື່ອນໄຂໃນການຊ່ວຍເຮັດໃຫ້ລູກຫຼານເຂົ້າເຖິງການສຶກສາ ໂດຍສະເພາະ ແມ່ນສາມາດໄປຮອດໄປເຖິງໂມງຮຽນທັນໂມງເວລາ ທັງມີຄວາມປອດໄພ.

ຍ້ອນແນວນັ້ນ ພໍ່ແມ່ຜູ້ປົກຄອງ ຄອບຄົວທີ່ເສດຖະກິດອ່າວໄຄແດ່ກໍຈະຊື້ຍວດຍານພາຫານະໃຫ້ລູກໃຫ້ຫຼານໄດ້ຂັບຂີ່ໄປໂຮງຮຽນ, ບາງຄົນເຮືອນຢູ່ໃກ້ແດ່ກໍພາກັນຢ່າງ ຫຼື ຂີ່ລົດໄປສົ່ງໃຫ້ຮອດໂຮງຮຽນ, ແຕ່ບັນຫາໜຶ່ງທີ່ຍົກຂື້ນມາເພື່ອແລກປ່ຽນນຳກັນກໍແມ່ນຈຳນວນໜຶ່ງທີ່ບໍ່ມີເງື່ອນໄຂທັງໃນຕົວເມືອງ ແລະ ຊົນນະບົດ ພວກເພິ່ນເຫຼົ່ານີ້ກໍຈະໃຫ້ລູກຂີ່ລົດຮັບສົ່ງສ່ວນບຸກຄົນ ຊຶ່ງຜູ້ປະກອບການໄດ້ນຳໃຊ້ລົດສ່ວນຕົວມາດຳເນີນທຸລະກິດ ຮັບ-ສົ່ງນັກຮຽນໃຫ້ໄປຮອດມາເຖິງດ້ວຍຄວາມປອດໄພ ອາດຈະເກັບເປັນລາຍວັນ ຫຼື ບາງຄົນກໍເກັບຄ່າບໍລິການເປັນລາຍເດືອນກໍມີ.

ນີ້ມັນກໍແມ່ນທາງອອກໜຶ່ງທີ່ສົມເຫດສົມຜົນສຳລັບຄອບຄົວຈຳນວນໜຶ່ງທີ່ບໍ່ມີເວລາໄປສົ່ງໄປຮັບລຸກຫຼານໄດ້ ແຕ່ບັນຫາຂອງມັນແມ່ນຢາກເວົ້າເຖິງຄວາມປອດໄພຕາມທ້ອງຖະໜົນ ຂອງພາຫານະທີ່ນຳມາບໍລິການ ຮັບ-ສົ່ງລູກຫຼານນັກຮຽນ ວ່າສາມາດຮັບປະກັນຄວາມປອດໄພໄດ້ພຽງໃດ, ຄົນຂັບລົດເດມີຄວາມຮັບຜີິດຊອບສ່ຳໃດ ເພາະສົກຮຽນຜ່ານມາມີເຫດການໃນລັກສະນະເຊັ່ນນີ້ເກີດຂຶ້ນຫຼາຍກໍລະນີ ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຫາຍຫຼາຍຄັ້ງ.

ບັນຫາທີ່ກ່າວມານີ້ ລ້ວນແລ້ວແຕ່ແມ່ນເກີດຈາກຄວາມຂາດສະຕິ ຄວາມເລິ່ນເລີ້ຖືເບົາ ຫຼື ເວົ້າອີກແນວໜຶ່ງກໍແມ່ນຄວາມຂີ້ຄ້ານມັກງ່າຍ ຂອງຜູ້ນຳໃຊ້ລົດລາພາຫະ ນະນັ້ນເອງທີ່ຂາດຄວາມເອົາໃຈໃສ່ດູແລທາງດ້ານສະພາບເຕັກນິກລົດ, ລົດບໍ່ຮັບປະກັນທາງດ້ານເຕັກ ນິກ, ຕາໃຫຍ່ກວ່າທ້ອງຍັງເຫັນແກ່ໄດ້ພຽງຢ່າງດຽວເລີຍລືມຄິດເຖິງຄວາມປອດໄພຂອງຄົນອື່ນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເອງກໍມີມາກມີຫຼາຍ ເລີຍກາຍເປັນບັນຫາຫຍຸ້ງຍາກຕາມມາ.

ຕໍ່ເຫດການທີ່ຍົກຂຶ້ນມານີ້ ເຖິງວ່າມັນຈະເກີດ ຫຼື ບໍ່ເກີດຂຶ້ນ ກໍສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນຄວາມຮັບຜິດຊອບຂອງເຈົ້າຂອງລົດຮັບທີ່ມີຕໍ່ຄົນໂດຍສານ ຂາດການດູແລເຖິງຄວາມຮັບປະກັນທາງດ້ານເຕັກນິກຂອງລົດ ເຮັດໃຫ້ບໍ່ສາມາດຢຸດລົດໄດ້, ດັ່ງນັ້ນມັນຈຶ່ງເລັ່ງໃຫ້ຜູ້ຂັບລົດທຸກຄົນໂດຍສະເພາະແມ່ນລົດຮັບສົ່ງນັກຮຽນ, ສົ່ງແຮງງານ ທີ່ມີຄົນຈຳນວນຫຼາຍຍິ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນໃຫ້ສູງຂື້ນຕື່ມອີກ ເພື່ອຄວາມປອດໄພຂອງທຸກຄົນ.