ນາຍົກລັດຖະມົນຕີເຂົ້າຢ້ຽມຂໍ່ານັບປະທານາທິບໍດີ ຣັດເຊຍ ໃນໂອກາດເຂົ້າຮ່ວມກອງປະຊຸມເວທີເສດຖະກິດຕາເວັນອອກຄັ້ງທີ 10 ທີ່ ສ ຣັດເຊຍ
ໃນໂອກາດເຂົ້າຮ່ວມກອງປະຊຸມເວທີເສດຖະກິດຕາເວັນອອກ ຄັ້ງທີ 10 ທີ່ ວາລາດີວັດສະຕົກ ສ ຣັດເຊຍ ໃນວັນທີ 4 ກັນຍາ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມ ຂໍ່ານັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ.
ໂອກາດນີ້ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຄວາມຂອບໃຈຢ່າງຈິງໃຈຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ໃນໂອກາດຢ້ຽມຢາມ ຢູ່ ສ ຣັດເຊຍ ໃນວັນທີ 31 ກໍລະກົດ 2025 ຜ່ານມາ. ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ຜົນສໍາເລັດການຢ້ຽມຢາມ ທາງການ ທີ່ມີຄວາມໝາຍຄວາມສໍາຄັນ ຊຶ່ງປີ 2025 ເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ ຄົບຮອບ 65 ປີ. ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ຊາບຕື່ມອີກວ່າ ຈະນໍາເອົາເນື້ອໃນຈິດໃຈ ກໍຄື ຜົນຂອງການພົບປະສອງຝ່າຍດັ່ງກ່າວ, ລວມທັງບັນດາເອກະສານທີ່ໄດ້ລົງນາມຮ່ວມ ກັນ ໄປຈັດຕັ້ງປະຕິບັດໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດ.
ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ບົດບາດ ຂອງ ຣັດເຊຍ ທີ່ສ້າງຕັ້ງເວທີປຶກສາຫາລືເສດຖະກິດຕາເວັນອອກ ນີ້ຂຶ້ນ ແລະ ຈັດຂຶ້ນໃນທຸກໆປີ ເລີ່ມແຕ່ປີ 2015 ເປັນຕົ້ນມາ ຊຶ່ງຖືວ່າເປັນກົນໄກໜຶ່ງທີ່ມີປະສິດທິຜົນສູງ ໃນການສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດຂອງ ພາກພື້ນ ກໍຄື ຂອງໂລກ ແລະ ໄດ້ສະແດງຄວາມຂອບໃຈ ຝ່າຍຣັດເຊຍ ທີ່ໄດ້ເຊື້ອເຊີນການນຳຂັ້ນສູງຂອງລາວ ເຂົ້າຮ່ວມເປັນແຂກສຳຄັນໃນກອງປະຊຸມ ຄົບຮອບ 10 ປີ ທີ່ຈັດຂຶ້ນໃນປີ 2025 ນີ້.
ນອກຈາກນີ້, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ມີໂອກາດໄປຢ້ຽມຢາມ ນັກຮຽນ-ນັກສຶກສາລາວ ທີ່ກໍາລັງສຶກສາຢູ່ ໂຮງຮຽນນ້ອງນ້ອຍ ຊູວໍຣົບ ເມືອງ ອູຊູຣິ ເພື່ອພົບປະໂອ້ລົມ, ໃຫ້ທິດຊີ້ນໍາ ແລະ ກໍາລັງໃຈຕໍ່ບັນດານັກຮຽນ-ນັກສຶກສາ ໃຫ້ມີຄວາມຕັ້ງໃຈຮໍ່າຮຽນໃຫ້ສໍາເລັດ ເພື່ອນໍາເອົາຄວາມຮູ້-ຄວາມສາມາດ ກັບຄືນມາຮັບໃຊ້ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນອະນາຄົດ.
ທີ່ມາ: ຂ່າວສານປະເທດລາວ

