ກຳປູເຈຍຄາດປີນີ້ອຸດສາຫະກຳທ່ອງທ່ຽວ ຮັບນັກທ່ອງທ່ຽວຕ່າງຊາດຢ່າງໜ້ອຍ 6 ລ້ານຄົນ

ກຳປູ​ເຈຍຄາດ​ວ່າ ປີ​ນີ້​ອຸດສາຫະກຳ​ການທ່ອງທ່ຽວ​ຈະ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ຫລັງ​ຈາກ​ປີຜ່ານມາ​ມີ​ນັກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ເປັນ​ປະຫວັດສາດ.

ຈາກ​ການ​ສຳ​ຫລວດ​ພົບ​ວ່າ: ສະ​ເພາະ 10 ​ເດືອນ​ທຳ​ອິດ​ຂອງ​ປີ 2017 ກຳປູ​ເຈຍ​ຮັບ​ນັກ​ທ່ອງ​ທ່ຽວ​ເກືອບ 5 ລ້ານ​ຄົນ ​ເພີ່ມ​ຂຶ້ນ 10% ຈາກ​ໄລຍະ​ດຽວ​ກັນ​ຂອງ​ປີ 2016 ກຸ່ມ​ນັກ​ທ່ອງ​ທ່ຽວ​ທີ່​ມີ​ສ່ວນ​ຊຸກຍູ້​ໃຫ້​ອຸດສາຫະກຳ​ທ່ອງ​ທ່ຽວ​ກຳປູ​ເຈຍ​ເຕີບ​ໃຫຍ່​ຫລາຍ​ທີ່​ສຸດ ຄື​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ ​ໂດຍ​ໃນ​ປີຜ່ານມາ ມີ​ຊາວ​ຈີນ​ເດີນທາງ​ທ່ອງ​ທ່ຽວ​ໃນ​ກຳປູ​ເຈຍ 1 ລ້ານ​ຄົນ ​ເພີ່ມ​ຂຶ້ນ 45% ພາຍ​ໃນ​ປີ​ດຽວ.

ທ່ານ ​ເມນ ພິຣົມ ຜູ້ອຳນວຍການ​ສຳນັກ​ວາງ​ແຜນ ສັງກັດ​ກະຊວງ​ການທ່ອງທ່ຽວ​ກຳປູ​ເຈຍ ຄາດ​ວ່າ: ປີ​ນີ້ ອຸດສາຫະກຳ​ການທ່ອງທ່ຽວ​ກຳປູ​ເຈຍ​ຈະ​ເຕີບ​ໃຫຍ່​ຕໍ່​ເນື່ອງ ​ໂດຍ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າກຳປູ​ເຈຍ​ຢ່າງ​ໜ້ອຍ 6 ລ້ານ​ຄົນ ສ້າງ​ລາຍ​ຮັບ​ເຂົ້າປະ​ເທດ​ໄດ້​ຕາມ​ເປົ້າໝາຍ 4.000 ລ້ານ​ໂດ​ລາ​ສະຫະລັດ. ຂະນະ​ດຽວ​ກັນກໍ​ຄາດ​ວ່າ: ຈະ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ໄດ້ 15 ລ້ານ​ຄົນ. ທັງ​ນີ້ ກຳປູ​ເຈຍ​ວາງ​ແຜນ​ຈະ​ເພີ່ມ​ຖ້ຽວ​ບິນ ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ເພີ່ມ​ຂຶ້ນທຸກ​ປີ, ​ແຕ່​ສິ່ງ​ທີ່​ລັດຖະບານ​ຈຳ​ເປັນ​ຕ້ອງ​ດຳ​ເນີນ​ການ ຄື​ວາງ​ມາດ​ຕະການ​ຮັກສາ​ຄວາມ​ໝັ້ນຄົງ​ປອດ​ໄພ ​ໂດຍ​ຍັງ​ເພີ່ມ​ຖ້ຽວ​ບິນ​​ໂດຍ​ກົງ​ເຂົ້າກຳປູ​ເຈຍ ​ແລະ ປັບປຸງ​ໂຄງ​ລ່າງ​ພື້ນຖານ​ພາຍ​ໃນ​ປະ​ເທດ​ໃຫ້​ດີ​ຂຶ້ນ.

ກ່ອນ​ໜ້າ​ນີ້, ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 5 ອັນ​ດັບ​ທຳ​ອິດ​ທີ່​ເດີນທາງ​ມາ​ທ່ຽວ​ກຳປູ​ເຈຍ ຄື​ປະ​ເທດ​ຈາກ​ຕາ​ເວັນ​ຕົກ ​ໄດ້​ແກ່​ອາ​ເມ​ລິ​ກາ, ຝຣັ່ງ, ອັງກິດ, ​ແຕ່​ປັດຈຸບັນ ນັກ​ທ່ອງ​ທ່ຽວ​ຈາກ​ອາຊ​ີ​ເຂົ້າມາ​ທ່ຽວ​ກຳປູ​ເຈຍ​ຫລາຍ​ຂຶ້ນ ​ໄດ້​ແກ່​ຈີນ, ຫວຽດນາມ, ລາວ, ສ.​ເກົາຫລີ ​ແລະ ​ໄທ.