ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເສີມຂະຫຍາຍການຮ່ວມມືສອງຝ່າຍ ຮ່ວມກັບ ຍີ່ປຸ່ນ ແລະ ສິງກະໂປ
ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 ໃນລະຫວ່າງ ວັນທີ 3-4 ກັນຍາ 2025 ທີ່ ມາເລເຊຍ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ ພົບປະສອງຝ່າຍ ກັບ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ ຂອງຍີ່ປຸ່ນ ເພື່ອລົງນາມໃນສັນຍາການຮ່ວມມືດ້ານສິ່ງແວດລ້ອມ ເພື່ອເພີ່ມທະວີ ການພົວພັນມິດຕະພາບ ທີ່ເປັນມູນເຊື້ອ ລະຫວ່າງສອງຝ່າຍ ແລະ ຮ່ວມກັນຊຸກຍູ້ການຮ່ວມມືເພື່ອການພັດທະນາແບບຍືນຍົງ.
ນີ້ ເປັນຄັ້ງທຳອິດທີ່ສອງຝ່າຍລົງນາມສັນຍາດັ່ງກ່າວໃນຂົງເຂດສິ່ງແວດລ້ອມ ເຊິ່ງເປົ້າໝາຍຫລັກຂອງການຮ່ວມມື ແມ່ນເນັ້ນໃສ່ ຂົງເຂດວຽກງານ ການປ່ຽນແປງດິນຟ້າອາກາດ, ການຄວບຄຸມມົນລະພິດທາງອາກາດ ແລະ ດ້ານຊີວະນາໆພັນ, ການລົງນາມຄັ້ງນີ້ຈະເປັນປະໂຫຍດ ຕໍ່ ສປປ ລາວ ໃນດ້ານການພັດທະນານະໂຍບາຍ ແລະ ການຈັດຕັ້ງປະຕິບັດວຽກງານ ການສົ່ງເສີມການພັດທະນາຢ່າງຍືນຍົງ, ການສ້າງຂີດຄວາມສາມາດ ໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນະໂຍບາຍ ແລະ ການຮ່ວມມືດ້ານການພັດທະນາ ນະວັດຕະກຳ ທີ່ແທດເໝາະກັບສະພາບແວດລ້ອມ ຂອງ ສປປ ລາວ ເພື່ອນຳໃຊ້ເຂົ້າໃນການຄຸ້ມຄອງ ແລະ ຫຼຸດຜ່ອນທາດອາຍເຮຶອນແກ້ວ ລວມໄປເຖິງການຄວບຄຸມ ແລະ ການປັບໂຕ ເຂົ້າກັບການປ່ຽນແປງດິນຟ້າອາກາດ.
ນອກຈາກນັ້ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ຍັງໄດ້ພົບປະກັບ ກະຊວງຍືນຍົງ ແລະ ສິ່ງແວດລ້ອມ ຂອງ ສິງກະໂປ ເພື່ອປຶກສາຫາລື ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມ ທີ່ໄດ້ມີການຮ່ວມມືກັນໃນໄລຍະຜ່ານມາ ແລະ ແຜນການຮ່ວມມືຂອງສອງພາກສ່ວນໃນຕໍ່ໜ້າ ໂດຍສະເພາະ ການຄຸ້ມຄອງສິ່ງເສດເຫລືອ, ການສ້າງຕົວເມືອງຍືນຍົງ, ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ການພັດທະນາ ແລະ ນຳໃຊ້ພະລັງງານສະອາດ ໂດຍການແລກປ່ຽນບົດຮຽນເຊິ່ງກັນ.
ທັງສອງຝ່າຍ ເຫັນດີເປັນເອກະພາບ ໃນການກະກຽມ ປັບປຸງ ບົດບັນທຶກການຮ່ວມມື ໂດຍອີງໃສ່ ການປັບປຸງກົງຈັກໃໝ່ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ເພື່ອເພີ່ມຂະຫຍາຍການຮ່ວມມື ຂອງສອງພາກສ່ວນ ໃຫ້ກວ້າງຂວາງຂຶ້ນ.

