ສປປ ລາວ ຈະໄດ້ຮັບຜົນປະໂຫຍດຫລາຍດ້ານຈາກ ກອງປະຊຸມລັດຖະມົນຕີ ອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 ແລະ ກອງປະຊຸມກ່ຽວຂ້ອງ ທີ່ ມາເລເຊຍ

ວັນທີ 3-4 ກັນຍາ 2025 ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີອາຊຽນ ດ້ານສິ່ງແວດລ້ອມ ຄັ້ງທີ 18 (AMME18), ກອງປະຊຸຸມລັດພາຄີ ວ່າດ້ວຍສັນຍາອາຊຽນ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ຄັ້ງທີ 20 (COP20) ແລະ ກອງປະຊຸມປິ່ນອ້ອມຕ່າງໆ ເຊິ່ງຈັດຂຶ້ນທີ່ປະເທດ ມາເລເຊຍ. ຈຸດປະສົງ ຂອງກອງປະຊຸມແມ່ນເພື່ອຮັບຮອງເອົາບັນດາ ຂອບການຮ່ວມມືຕ່າງໆ ພ້ອມທັງແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມື ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍລວມ ໃນການຮັບມືກັບ ການປ່ຽນແປງຂອງດິນຟ້າອາກາດ – Accelerating Climate Action for Care, Partnership and Common Needs”.

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວມີຄຳເຫັນ ໂດຍເນັ້ນໃສ່ ການສົ່ງເສີມ ແລະ ຊຸກຍູ້ ການເຮັດວຽກຮ່ວມກັນຢ່າງໃກ້ຊິດຕິດແທດ ເພື່ອຮັບປະກັນປະສິດຕິພາບໃນການຄຸ້ມຄອງ ຊີວະນາໆພັນ, ການປັບໂຕເຂົ້າກັບການປ່ຽນແປງ ຂອງດິນຟ້າອາກາດ ແລະ ການຫຼຸດຜ່ອນມົນລະພິດໝອກຄວັນ ພາຍໃນພາກພື້ນອາຊຽນ ແລະ ສາກົນ. ນອກຈາກນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ທີ່ປະເທດອາຊຽນ ໄດ້ສະເໜີໃຫ້ ເມືອງໄຊ ແຂວງ ອຸດົມໄຊ ເປັນ 1 ໃນ 6 ຕົວເມືອງ ທີ່ໄດ້ຮັບລາງວັນ ຕົວເມືອງຍືນຍົງ ດ້ານສິ່ງແວດລ້ອມ, ເຊິ່ງສະແດງໃຫ້ເຫັນ ເຖິງຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມ ຂອງ ສປປ ລາວ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ.

ກອງປະຊຸມ ຍັງໄດ້ຕົກລົງເຫັນດີ ເພື່ອຮັບຮອງເອົາບັນດາຂອບການຮ່ວມມືຕ່າງໆ ພ້ອມທັງສະເເດງຄວາມຊົມເຊີຍ ໃນການຮ່ວມມືກັນ ພັດທະນາ ແຜນຍຸດທະສາດອາຊຽນ ດ້ານສິ່ງແວດລ້ອມ (Post-2025 ASEAN Strategic Plan on Environment – ASPEN) ແລະ ແຜນດຳເນີນງານ ຍຸດທະສາດອາຊຽນ ດ້ານການປ່ຽນແປງດິນຟ້າອາກາດ (The ASEAN Climate Change Strategic Action Plan – ACCSAP), ພ້ອມທັງສະເໜີໃຫ້ ມີການຮັບຮອງແຜນຍຸດທະສາດດັ່ງກ່າວ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ດ້ານສິ່ງແວດລ້ອມ ໂດຍສະເພາະ ການຮ່ວມມືດ້ານການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເຂົ້າໃນກິດຈະກຳ ການຫລຸດຜ່ອນການປ່ອຍກາກບອນ, ມົນລະພິດ ຈາກການນຳໃຊ້ ພາສຕິກ ແລະ ການຈັດຕັ້ງປະຕິບັດ ແນວຄວາມຄິດເສດຖະກິດ ໝູນວຽນ.

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ສປປ ລາວ ໄດ້ຮັບຜົນປະໂຫຍດຫລາຍດ້ານ ເປັນຕົ້ນແມ່ນ:

  • ການປະກອບສ່ວນໃນເວທີພາກພື້ນ ລວມໄປເຖິງການເຂົ້າເຖິງ ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ໃນການສ້າງຄວາມທົນທານ ຕໍ່ການປ່ຽນແປງດິນຟ້າອາກາດ
  • ການຫລຸດຜ່ອນໝອກຄວັນ ແລະ ການພັດທະນາແບບຍືນຍົງ.
  • ເປີດໂອກາດໃຫ້ ຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ໄດ້ປະກອບສ່ວນໃນການພັດທະນາ ບັນດາແຜນງານພາກພື້ນອາຊຽນ ເພື່ອຮັບປະກັນຜົນປະໂຫຍດສູງສຸດ ຂອງ ສປປ ລາວ.

ສຳລັບແຜນງານໃນຕໍ່ໜ້າ, ສປປ ລາວ ແມ່ນຈະໄດ້ກະກຽມ ເພື່ອເປັນປະທານ ກອງປະຊຸມຄະນະກຳ ມະການລັດຖະມົນຕີ ອະນຸພາກພື້ນແມ່ນ້ຳຂອງ ດ້ານມົນລະພິດໝອກຄວັນ ຂ້າມຜ່ານຊາຍແດນ ຄັ້ງທີ 14 ແລະ ກອງປະຊຸມໜ່ວຍປະຕິບັດງານ ອະນຸພາກພື້ນແມ່ນ້ຳຂອງ ດ້ານມົນລະພິດ ຂ້າມຜ່ານຊາຍແດນ ຄັ້ງທີ 20 (14th MSC, 20th TWG-Mekong) ພ້ອມທັງກະກຽມຄວາມພ້ອມຮ່ວມກັນ ໃນນາມເປັນປະເທດສະມາຊິກອາຊຽນ ເພື່ອປະກອບສ່ວນເຂົ້າໃນການວາງສະແດງ ວຽກງານອາຊຽນດ້ານສິ່ງແວດລ້ອມ (ASEAN Pavilion) ໃນກອງປະຊຸມລັດພາຄີ ສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (COP30) ທີ່ ປະເທດ ເບຣຊິວ.

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ