ສປປ ລາວ ຖືກຮັບຮອງເປັນປະເທດຄູ່ເຈລະຈາໃໝ່ຂອງອົງການຮ່ວມມືຊຽງໄຮ້

ວັນທີ 1 ກັນຍາ 2025 ຜ່ານມາ ສປປ ລາວ ໄດ້ຖືກຮັບຮອງເຂົ້າເປັນປະເທດຄູ່ເຈລະຈາ ປະເທດທີ 15 ຢ່າງເປັນທາງການ ຂອງ ອົງການຮ່ວມມືຊຽງໄຮ້ (SCO) ໃນກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດ ປະເທດສະມາຊິກອົງການ ຮ່ວມມືຊຽງໄຮ້ ທີ່ໄດ້ຈັດຂຶ້ນຢູ່ນະຄອນທຽນຈິນ ສປ ຈີນ ມາຮອດປັດຈຸບັນ, ອົງການຮ່ວມມືຊຽງໄຮ້ ມີສະມາຊິກທັງໝົດ 10 ປະເທດ, ມີ 2 ປະເທດສັງເກດການ ແລະ 15 ປະເທດຄູ່ເຈລະຈາ (ລວມທັງ ສປປ ລາວ). ນອກນີ້, ຍັງມີຫລາຍກວ່າ 10 ປະເທດພວມຮ້ອງຂໍເຂົ້າເປັນປະເທດສະມາຊິກ.

ການເຂົ້າເປັນຄູ່ເຈລະຈາ SCO ຂອງລາວໃນຄັ້ງນີ້, ເປັນການເສີມຂະຫຍາຍການຮ່ວມມືທາງການທູດ ໃຫ້ເຂົ້າເຖິງຂົງເຂດຢູຣາເຊຍ, ສ້າງຄວາມຮັບຮູ້ອັນເລິກເຊິ່ງ ລະຫວ່າງ ສປປ ລາວ ກັບປະເທດສະມາຊິກ ແລະ ຄູ່ຮ່ວມເຈລະຈາຂອງ SCO ໃຫ້ຫລາຍຂຶ້ນຕື່ມ, ທັງຈະປະກອບສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະ ເທດ, ລວມເຖິງເຮັດໃຫ້ SCO ມີສະມາຊິກເພີ່ມຂຶ້ນ. ພ້ອມນີ້, ຍັງໄດ້ສະແດງໃຫ້ເຫັນເຖິງມົນສະເໜ່ທີ່ມີເອກະລັກພິເສດຂອງກົນໄກຮ່ວມມືດັ່ງກ່າວ, ທີ່ໄດ້ຮັບການພັດທະນາມາເປັນເວລາ 24 ປີ, ນັ້ນກໍຄື “ເປີດກວ້າງແຕ່ບໍ່ປັດເຂ່ຍປະເທດອື່ນ, ກວມລວມແຕ່ບໍ່ປິດປະຕູ” ເພື່ອສ້າງຄວາມໝັ້ນທ່ຽງ ແລະ ພະລັງທາງບວກຢ່າງບໍ່ຢຸດຢັ້ງໃຫ້ແກ່ໂລກປັດຈຸບັນ ທີ່ມີການຜັນແປຢ່າງສັບສົນ.

ອົງການຮ່ວມມືຊຽງໄຮ້ ແມ່ນອົງການຈັດຕັ້ງ ລະຫວ່າງລັດຖະບານ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2001 ທີ່ນະຄອນຊຽງໄຮ້, ສປ ຈີນ ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບພາຍໃນພາກພື້ນ, ພ້ອມທັງສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນວັດທະນະທໍາ ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງ ກັນ ແລະ ກັນ ໂດຍມີແນວຄວາມຄິດ “ນໍ້າໃຈຊຽງໄຮ້” ເປັນພື້ນຖານໃນການເຕົ້າໂຮມຄວາມສາມັກຄີ. “ໄວ້ເນື້ອເຊື່ອໃຈກັນ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍ, ສະເໝີພາບກັນ, ປຶກສາຫາລືກັນ, ເຄົາລົບອະລິ ຍະທຳທີ່ມີຄວາມຫລາກຫລາຍ ແລະ ສະແຫວງຫາການພັດທະນາຮ່ວມກັນ” ເຊິ່ງກາຍເປັນແບບຢ່າງດ້ານການຮ່ວມມືສາກົນທີ່ຢູ່ເໜືອການພົວພັນສາກົນ ແບບດັ່ງເດີມ.

ການເຂົ້າຮ່ວມກອງປະຊຸມ ຄັ້ງທີ 25 ຂອງສະພາມົນຕີປະມຸກລັດປະເທດສະມາຊິກ SCO ທີ່ປະເທດຈີນໃນຄັ້ງນີ້, ເປັນຄັ້ງປະຖົມມະລືກສໍາລັບປະເທດລາວ ແລະ ການໄດ້ເຂົ້າເປັນຄູ່ເຈລາຈາຂອງ SCO ຖືເປັນໜຶ່ງໃນຫລາຍເຫດການສໍາຄັນ ໃນການພົວພັນຮ່ວມມືກັບຕ່າງປະເທດຂອງລາວ ເຊິ່ງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ກ່າວປາໄສສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກ SCO ທີ່ໃຫ້ການສະໜັບສະໜູນ ແລະ ໄວ້ເນື້ອເຊື່ອໃຈຕໍ່ ປະເທດລາວ, ພ້ອມທັງຢືນຢັນວ່າ “ສປປ ລາວ ໃຫ້ຄວາມສໍາຄັນຕໍ່ຫລັກການ ແລະ ເປົ້າໝາຍຂອງ SCO ທີ່ມີຄວາມສອດຄ່ອງກັບແນວທາງ ແລະ ນະໂຍບາຍການຕ່າງປະເທດ ຂອງລາວ ທີ່ຍາມໃດກໍຍຶດໝັ້ນຫລັກການສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ທັງໄດ້ເນັ້ນຢໍ້າຢ່າງໜັກແໜ້ນວ່າ: ສປປ ລາວ ພ້ອມທີ່ຈະມີສ່ວນຮ່ວມໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ການພັດທະນາແບບຍືນຍົງ”.

ການທີ່ ສປປ ລາວ ໄດ້ກາຍເປັນປະເທດຄູ່ເຈລະຈາໃໝ່ ຂອງອົງການຮ່ວມມືຊຽງໄຮ້ ຫລື SCO ຖືເປັນການສະແຫວງຫາການພົວພັນກັບຕ່າງປະເທດທີ່ດີທີ່ສຸດ ເຊິ່ງນອກຈາກຈະເປັນການປະກອບສ່ວນສໍາຄັນໃນການເສີມຂະຫຍາຍ “ນໍ້າໃຈຊຽງໄຮ້” ຍັງຈະປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປລ ລາວ ຕາມກົນໄກການ ຮ່ວມມືຂອງອົງການດັ່ງກ່າວ, ທັງຈະເປັນການເພີ່ມຊື່ສຽງ ແລະ ຖານະບົດບາດຂອງ ສປປ ລາວ ໃນເວທີສາກົນນັບມື້ດີຂຶ້ນເລື້ອຍໆ.