ພະແນກສຶກສາ ແຂວງວຽງຈັນ ບໍ່ອະນຸຍາດໃຫ້ນັກຮຽນນໍາເອົາໂທລະສັບເຂົ້າໃຊ້ຢູ່ພາຍໃນໂຮງຮຽນຢ່າງເດັດຂາດ

ວັນທີ 1 ກັນຍາ 2025 ສຳນັກຂ່າວສານປະເທດລາວ ລາຍງານວ່າ: ອີງຕາມການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳຄິດເຫັນຂອງບັນດາຜູ້ແທນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງວຽງຈັນ ປະຈຳສົກຮຽນ 2024-2025 ແລະ ອີງຕາມທິດຊີ້ນໍາຂອງປະທານກອງປະຊຸມ, ກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບ ຮັບຮອງເອົາເປັນມະຕິ 15 ຂໍ້ ປະກອບມີ:

  1. ເຫັນດີຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ແລະ ແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026
  2. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ແລະ ບັນດາຫ້ອງການສຶກສາທິການ ແລະ ກິລາເມືອງ ປະສານສົມທົບກັບອົງການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອອອກຂໍ້ແນະນໍາ ຫລື ຄຳສັ່ງໃຫ້ພໍ່ແມ່ຜູ້ປົກຄອງນັກຮຽນ ໃນການສົ່ງເສີມໃຫ້ລູກໄດ້ເຂົ້າຮຽນຕາມເກນອາຍຸ
  3. ເອົາໃຈໃສ່ແກ້ໄຂບັນຫາການປະລະການຮຽນຂອງນັກຮຽນ ດ້ວຍການສ້າງໂຄງການນຳນ້ອງກັບຄືນສູ່ໂຮງຮຽນ.
  4. ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເກັບກໍາລາຍລະອຽດຂອງນັກຮຽນທີ່ປະລະການຮຽນ ເພື່ອນຳກັບຄືນສູ່ໂຮງຮຽນ, ໃຫ້ການຊ່ວຍເຫລືອດ້ານການຮຽນ ຫລື ສົ່ງຕໍ່ໃຫ້ການສຶກສານອກໂຮງຮຽນ ເພື່ອສະໜອງການບຳລຸງ ແລະ ຍົກລະດັບໃຫ້ພວກກ່ຽວ ດ້ວຍຫລາຍຊ່ອງທາງ
  5. ມອບໃຫ້ຂະແໜງຈັດຕັ້ງ-ພະນັກງານ ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ ຄົ້ນຄວ້າສັບຊ້ອນຄູ (ຄູພາຍໃນເມືອງ ຫລື ຄູຊັ້ນອື່ນໆ) ທີ່ເຫລືອ, ສະເໜີບຳລຸງຄູ ເພື່ອໄປສອນຊັ້ນທີ່ບໍ່ພຽງພໍໃຫ້ແທດເໝາະ ແກ້ໄຂການ ຂາດແຄນຄູທີ່ບໍ່ພຽງພໍໃນຊັ້ນຮຽນອະນຸບານ ແລະ ປະຖົມ
  6. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ສົມທົບກັບຄະນະພັດທະນາການສຶກສາຂັ້ນບ້ານ ໃນການປຸກລະດົມຂົນຂວາຍຜູ້ປົກຄອງເດັກທີ່ມີເກນອາຍຸເຂົ້າຮຽນ 0-2 ປີ ແລະ 3-5 ປີ ໃຫ້ເຂົ້າຮຽນຫລາຍຂຶ້ນ
  7. ມອບໃຫ້ຫ້ອງການສຶກທິການ ແລະ ກິລາເມືອງ, ຜູ້ອຳນວຍການໂຮງຮຽນ ແລະ ຄະນະພັດທະນາການສຶກສາຂັ້ນບ້ານ ຕິດຕາມນັກຮຽນປະລະການຮຽນ ພ້ອມຊອກຫາສາເຫດ, ວິທີການແກ້ໄຂ ແລະ ສະກັດກັ້ນ ເພື່ອເຮັດໃຫ້ການປະລະຂອງນັກຮຽນຫລຸດລົງເທື່ອລະກ້າວ
  8. ມອບໃຫ້ອົງການແນວລາວສ້າງຊາດ, ສະຫະພັນແມ່ຍິງ, ຊາວໜຸ່ມ ຂັ້ນເມືອງ ແລະ ບ້ານ ເປັນເຈົ້າການຕິດຕາມ ຊ່ວຍເຫລືອແກ້ໄຂບັນຫາຕ່າງໆຂອງໂຮງຮຽນ ແລະ ສຶກສາອົບຮົມ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໃຫ້ແກ່ນັກຮຽນ ແລະ ຜູ້ປົກຄອງ.
  9. ຄູສອນ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຂະແໜງການສຶກສາ ແລະ ກິລາ ຫາກພົວພັນກັບສິ່ງເສບຕິດ ແມ່ນມອບໃຫ້ປະທານຄະນະກຳມະການປົກຄອງເມືອງ ອອກຂໍ້ຕົກລົງລົບຊື່ອອກຈາກການເປັນພະນັກງານ-ລັດຖະກອນ ແລ້ວລາຍງານຕໍ່ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອໃຫ້ພະແນກສຶກສາແຂວງລາຍງານຫາກະຊວງສຶກສາທິການ ແລະ ກິລາ ລຶບຊື່ອອກຈາກຖານຂໍ້ມູນຂອງພະນັກງານ-ລັດຖະກອນ
  10. ມອບໃຫ້ຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ປະສານສົມທົບຜູ້ອຳນວຍການໂຮງຮຽນທຸກຊັ້ນ ເປີດສົກຮຽນໃໝ່ ສົກຮຽນ 2025-2026 ໃນວັນທີ 1 ກັນຍາ 2025 ນີ້ຢ່າງພ້ອມພຽງໃນທົ່ວແຂວງ. ພ້ອມທັງເຫັນດີບໍ່ອະນຸຍາດໃຫ້ນັກຮຽນນໍາເອົາໂທລະສັບເຂົ້າມານຳໃຊ້ຢູ່ພາຍໃນໂຮງຮຽນຢ່າງເດັດຂາດ.
  11. ເຫັນດີໃຫ້ມີການຈັດກອງປະຊຸມເພື່ອສ້າງຄວາມເປັນເອກະພາບກັນ ລະຫວ່າງ ສະມາຄົມການສຶກສາພາກເອກະຊົນ ແລະ ພະແນກການເງິນແຂວງ ໃນການດໍາເນີນກິດຈະການໂຮງຮຽນເອກະຊົນ ແລະ ການເກັບພັນທະອາກອນຕ່າງໆ
  12. ມອບໃຫ້ຄະນະພັດທະນາການສຶກສາຂັ້ນເມືອງ, ຂັ້ນບ້ານ ປະສານສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ຜູ້ອໍານວຍການໂຮງຮຽນ ຈັດຕັ້ງປະຕິບັດການຍຸບໂຮມໂຮງຮຽນໃນເຂດທີ່ມີເງື່ອນໄຂ ເພື່ອສ້າງເປັນເງື່ອນໄຂໜຶ່ງໃນການແກ້ໄຂບັນຫາຄູສອນບໍ່ພຽງ.
  13. ມອບໃຫ້ອົງການປົກຄອງເມືອງ ແລະ ບ້ານ ສ້າງຄາດໝາຍວຽກງານການພັດທະນາຊັບພະຍາກອນມະນຸດຂັ້ນ ຂອງຄົນໃຫ້ເປັນຄາດໝາຍໂຕຊີ້ວັດຂອງການພັດຕະນາຂັ້ນເມືອງ
  14. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ແລະ ສະຖານການສຶກສາໃນທຸກຂັ້ນ ຈົ່ງພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງ ປະຈຳສົກຮຽນ 2024-2025 ນີ້ ໃຫ້ເປັນແຜນປະຕິບັດງານອັນລະອຽດ ແລະ ຈັດຕັ້ງປະຕິບັດໄປຕາມແຜນໃຫ້ໄດ້ຮັບຜົນດີ
  15. ມອບໃຫ້ຂະແໜງກວດກາ ສົມທົບກັບຄະນະເຄືອຂ່າຍຕິດຕາມໃນແຕ່ລະຂັ້ນເປັນຜູ້ຮັບຜິດຊອບການຕິດ-ຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນປະຕິບັດງານປະຈຳປີ ພ້ອມທັງຕິດຕາມຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2024-2025 ແລະ ລາຍງານໃຫ້ແກ່ການນໍາພະແນກສຶກສາທິການ ແລະ ກິລາ ທຸກໆ 6 ເດືອນ.

ທີ່ມາ: ຂ່າວສານປະເທດລາວ