ນາຍົກລັດຖະມົນຕີ ຮ່ວມພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບສົມທົບທຶນ ລະຫວ່າງລັດ ແລະ ສັງຄົມມີສ່ວນຮ່ວມ ທີ່ບ້ານໂພນໄຊ ນະຄອນປາກເຊ

ວັນທີ 29 ສິງຫາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ພ້ອມດ້ວຍພັນລະຍາ ເຂົ້າຮ່ວມພິທີເປີດນໍາໃຊ້ເສັ້ນທາງເບຕົງ ແບບມີສ່ວນຮ່ວມ ບ້ານໂພນໄຊ ນະຄອນປາກເຊ ແຂວງຈໍາປາສັກ, ມີ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສຸພາບ ທຳມະຮັກສາ ເລຂາພັກນະຄອນ ໄດ້ລາຍງານວ່າ: ບ້ານໂພນໄຊ ໄດ້ຮັບການຢັ້ງຢືນ ເປັນບ້ານພັດທະນາ ແລະ ໄດ້ປະກາດ ເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຕາມຂໍ້ຕົກລົງຂອງທ່ານເຈົ້າ ແຂວງສະບັບເລກທີ 181/ຈຂ.ຈສ ລົງວັນທີ 28 ກຸມພາ 2023 ເຊິ່ງເປັນບ້ານທໍາອິດ ຂອງແຂວງຈໍາປາສັກ. ສໍາລັບການກໍ່ສ້າງ, ປັບປຸງ ຍົກລະດັບເສັ້ນທາງບ້ານໂພນໄຊ ຈາກເສັ້ນທາງປູຢາງ ມາເປັນເສັ້ນທາງເບຕົງ ໃນຮູບແບບສົມທົບທຶນ ລະຫວ່າງລັດ ແລະ ສັງຄົມມີສ່ວນຮ່ວມ ເຊິ່ງມີມູນຄ່າການກໍ່ສ້າງທັງໝົດ ຈຳນວນ 10 ຕື້ກີບ. ທັງນີ້, ກໍເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແນໃສ່ສ້າງບ້ານໂພນໄຊ ໃຫ້ກາຍເປັນແຫລ່ງທ່ອງທ່ຽວ ໃນຮູບແບບຕະຫລາດກາງຄືນ ໃນຕໍ່ໜ້າ.

ສໍາລັບລາຍລະອຽດ ໃນການກໍ່ສ້າງເສັ້ນທາງ ມີຄື:
- ເສັ້ນທາງເລກທີ 24 (ແຕ່ໂຮງແຮມດາວວຽງ ຫາ ເສັ້ນທາງ 4 ແຍກ ຮ້ານແຄນນອນ): ເສັ້ນທາງມີຄວາມຍາວ 320 ແມັດ, ກວ້າງ 12 ແມັດ, ມີຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງ ກວ້າງເບື້ອງລະ 1,5 ແມັດ.
- ເສັ້ນທາງເລກທີ 46 (ແຕ່ 4 ແຍກໂພນບົກ ຫາ ຫລັງໂຮງຮຽນ ມສ ໂພນໄຊ): ເສັ້ນທາງມີຄວາມຍາວ 420 ແມັດ, ກວ້າງ 9 ແມັດ, ຄວາມໜາ 23 ຊັງຕີແມັດ, ມີຮ່ອງລະບາຍນ້ຳ ລະບົບທໍ່ແບບໂຕຢູ ( U ) ແລະ ທາງຄົນຍ່າງກວ້າງ ເບື້ອງລະ 1,5 ແມັດ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັກຖະມົນຕີ ພ້ອມການນໍາແຕ່ລະຂັ້ນ ແລະ ແຂກທີ່ເຂົ້າຮ່ວມ ໄດ້ຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນນິມິດໝາຍທີ່ດີໃຫ້ແກ່ການເປີດນໍາໃຊ້ເສັ້ນທາງເບຕົງແບບມີສ່ວນຮ່ວມ ບ້ານໂພນໄຊ ຢ່າງເປັນທາງການ, ຈາກນັ້ນກໍໄດ້ຮ່ວມຊົມຕະຫລາດວາງສະແດງສິນຄ້າ, ຜະລິດຕະພັນໂອດ໋ອບ ຂອງແຕ່ລະພາກສ່ວນນໍາມາວາງສະແດງ.
ທີ່ມາ: ໜັງສືພິມຈໍາປາໃໝ່

