ປຶກສາຫາລືຫລາຍບັນຫາສຳຄັນຕິດພັນກັບການພັດທະນາ ນະຄອນຫລວງວຽງຈັນ

ກອງປະຊຸມອົງການປົກຄອງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ 50 ຈັດຂຶ້ນວັນທີ 29 ສິງຫາ 2025 ທີ່ອົງການປົກຄອງ ນວ ໂດຍການເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ມີຮອງເຈົ້າຄອງ ແລະ ສະມາຊິກອົງການປົກ ຄອງ ນວ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງ:
- ການລາຍງານກ່ຽວກັບແຜນການກະກຽມເປີດສົກຮຽນໃໝ່ ສົກປີ 2025-2026 ຢູ່ນະຄອນຫລວງວຽງຈັນ
- ການລາຍງານ ກ່ຽວກັບແຜນການກະກຽມບຸນອອກພັນສາ ປະວໍລະນາ ແລະ ບຸນຊ່ວງເຮືອ ປະຈໍາປີ 2025 ບຸນນະມັດ ສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ປະຈໍາປີ 2025
- ການລາຍງານ ກ່ຽວກັບການສະເໜີອະນຸມັດອອກຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຄົ້ນຄວ້າ ຮຽບຮຽງ ແລະ ຂຽນປຶ້ມປະຫວັດມໍລະດົກແຫ່ງຊາດພຣະທາດຫລວງ
- ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຈ້ງການ ເລກທີ 07/ຈນວ ລົງວັນທີ 26 ມິຖຸນາ 2025 ກ່ຽວກັບການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຢູ່ນະຄອນຫລວງວຽງຈັນ.
- ການລາຍງານ ກ່ຽວກັບການສະເໜີຂອງບໍລິສັດ ຟ້າແມ່ຂອງ
- ການຂໍນໍາໃຊ້ຄອງນໍ້າແຄມຂອງຂຸດ ໃໝ່ ໃຫ້ເປັນວັງສະຫງວນປາຂອງບ້ານສີຖານເໜືອເພື່ອສ້າງຄັງພັດທະນາບ້ານ ແລະ ເພື່ອຂໍ່ານັບຊົມເຊີຍວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ
- ສະເໜີຂໍຄຸ້ມຄອງຄ້ອຍຕາຝັ່ງແຄມຂອງ ແລະ ທາງຍ່າງເບຕົງພັກລຸ່ມ ຢູ່ລຽບເຂດເຊົ່າພັກເທິງຂອງພວກເຮົາ ເພື່ອອານາໄມຮັກສາຄວາມສະອາດ ແລະ ປູກດອກໄມ້.
- ຮັບຟັງການລາຍງານ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດພັດທະນາແຄມຂອງບໍລິເວນຫາດດອນຈັນ ນະຄອນຫລວງວຽງຈັນ ແລະ ການກໍານົດກິດຈະກໍາໃນເຂດແຄມຂອງ ແລະ ບໍລິເວນອ້ອມຮອບ ຕາມຂໍ້ຕົກລົງ ເລກທີ 0888/ຈນວ ລົງວັນທີ 09 ກັນຍາ 2016 ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາແຄມຂອງບໍລິເວນຫາດດອນຈັນ ນະຄອນຫລວງວຽງຈັນ
- ຮັບຟັງການລາຍງານກ່ຽວກັບບົດສະຫຼຸບສະພາບພົ້ນເດັ່ນປະຈໍາເດືອນສິງຫາ ແລະ ແຜນວຽກຈຸດສຸມປະຈໍາເດືອນກັນຍາ 2025 ຂອງອົງການປົກຄອງນະຄອນຫລວງວຽງຈັນ.
ທີ່ມາ: ໜັງສືພິມວຽງຈັນໃໝ່

