ປະກາດການແຕ່ງຕັ້ງ ທ່ານ ຂຸນສຸວັນ ສຸທຳມະວົງ ເປັນຮອງປະທານສານປະຊາຊົນສູງສຸດ

ວັນທີ 29 ສິງຫາ 2025 ທີ່ສານປະຊາຊົນສູງສຸດ (ສປສສ) ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງ ຮອງປະທານສານປະຊາຊົນສູງສຸດ ແລະ ປະກາດແຕ່ງຕັ້ງ ພະນັກງານດຳລົງຕໍາແໜ່ງບໍລິຫານ, ໃຫ້ກຽດເປັນປະທານ ແລະ ມອບລັດຖະດຳລັດ ແລະ ຂໍ້ຕົກລົງ ຂອງ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ.

ໃນໂອກາດດັ່ງກ່າວຄະນະຮັບຜິດຊອບພິທີ ໄດ້ຜ່ານລັດຖະດຳລັດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ປະກາດແຕ່ງຕັ້ງ ທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຜູ້ພິພາກສາຊັ້ນ 4 ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ເປັນຮອງປະທານສານປະຊາຊົນສູງສຸດ.

ຂໍ້ຕົກລົງປະທານສານປະຊາຊົນສູງສຸດ

  1. ແຕ່ງຕັ້ງ ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ເປັນຮັກສາການ ຫົວໜ້າກົມຈັດຕັ້ງ-ພະນັກງານ ສານປະຊາຊົນສູງສຸດ ຈົນກວ່າຈະມີການປ່ຽນແປງ;
  2. ທ່ານ ແສງພະຈັນ ພັນປະເສີດ ຜູ້ພິພາກສາຊັ້ນ4 ຄະນະສານເດັກ ສານປະຊາຊົນສູງສຸດ ເປັນຮອງຫົວໜ້າຄະນະສານເດັກ ສານປະຊາຊົນສູງສຸດ;
  3. ທ່ານ ນາງ ຄຳມາຍ ສີບຸລະ ຮັກສາການຫົວໜ້າພະແນກ ປະເມີນຜົນ ຂອງກົມແຜນການ-ການເງິນ ເປັນຫົວໜ້າພະແນກ ປະເມີນຜົນ ຂອງກົມແຜນການ-ການເງິນ ສານປະຊາຊົນສູງສຸດ;
  4. ທ່ານ ວັດຊະລິນ ລາດຊະວົງ ຮອງຫົວໜ້າພະແນກງົບປະມານ ຂອງກົມແຜນການ-ການເງິນ ເປັນຫົວໜ້າພະແນກງົບປະມານ ຂອງກົມແຜນການ-ການເງິນ ສານປະຊາຊົນສູງສຸດ;
  5. ທ່ານ ຈິນດາວັນ ແສງພະຈັນ ຮອງຫົວໜ້າພະແນກແຜນການຂອງກົມແຜນການ-ການເງິນ ເປັນຫົວໜ້າພະແນກແຜນການຂອງກົມແຜນການ-ການເງິນ ສານປະຊາຊົນສູງສຸດ.

ທີ່ມາ: ໜັງສືພິມປະຊາຊົນ