ຄະນະກຳມະການຄຸ້ມຄອງ ອິນເຕີເນັດ ຫາລືວຽກງານ ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ

ວັນທີ 21 ສິງຫາ 2025 ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມ ປະຖົມມະລືກໜ່ວຍງານ ກວດກາ, ຕິດຕາມ, ປ້ອງກັນ ແລະ ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈໍາການ ຄຄອຊ ມີທ່ານຮອງລັດຖະມັນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານຮອງລັດຖະມົນຕີ ກຕສ, ທ່ານຮອງຜູ້ວ່າທະນາຄານ ແຫ່ງ ສປປລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ລັດຖະມົນຕີ ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງ ແລະ ການນຳໃຊ້ ອິນເຕີເນັດ ເຊິ່ງປັດຈຸບັນການຕົວະຍົວະຫລອກລວງ ທີ່ຕິດພັນກັບທຸລະກໍາທາງການເງິນ ຜ່ານທາງອອນລາຍຍັງເປັນປະເດັນຮ້ອນແຮງ ທີ່ຈະຕ້ອງໄດ້ຮີບຮ້ອນໄກ້ໄຂ ໂດຍສະເພາະກຸ່ມແກ້ງ ຄໍເຊັນເຕີ ຫລອກລວງຜ່ານທາງອອນລາຍໂດຍຫລາຍຮູບແບບ ເຊັ່ນ: ການຖືກລາງວັນ, ການຕົວະຂຶ້ນທະບຽນເລກໝາຍໂທລະສັບ, ການຕົວະໃຫ້ລົງທຶນຜົນຕອບແທນສູງ, ການຕົວະໃຫ້ແລກປ່ຽນເງິນຕາ, ການຫຼອກລວງຂໍການຊ່ວຍເຫຼືອ, Page ປອມຂອງມູນລະນິທິ, ການຕົວະເອົາຂໍ້ມູນ Phishing ດ້ວຍ Email ປອມ, SMS ປອມ, Whatsapp ປອມ, Link/Domain ປອມ, ເວັບໄຊ້ປອມ, Application ປອມ, ການຫຼອກຕິດຕັ້ງ Application ໃສ່ຊື່ທາງການ ໂດຍສົ່ງຜ່ານ SMS ທີ່ທາງ Whatsapp ເຮັດໃຫ້ສາມາດຄວບຄຸມຫນ່ວຍມືຖື ເຮັດໃຫ້ ປະຊາຊົນຈໍານວນໜຶ່ງ ຫລົງເຊື່ອ ແລະ ສູນເສຍເງິນ.

ກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື ລາຍງານສະພາບບັນຫາ ແລະ ສິ່ງທ້າຍທາຍ ພ້ອມທັງສະເໜີ ກົນໄກການປະສານງານ, ຮູບແບບວິທີການຈັດຕັ້ງປະຕິບັດ ໂດຍການເຮັດວຽກຮ່ວມກັນຈາກຫລາຍພາກສ່ວນ ເປັນຕົ້ນ:
- ການແກ້ໄຂບັນຫາໂດຍມີການສ້າງໜ່ວຍງານຕ້ານບັນຫາຕົວະຍົວະຫຼອກລວງຜ່ານທາງອອນລາຍ
- ສາຍດ່ວນ 4 ຕົວເລກ
- ວິທີການເຜີຍແຜ່ໂຄສະນາ, ສ້າງສະຕິ ແລະ ວິທີປ້ອງກັນບັນຫາຄວາມສ່ຽງຕ່າງໆ ໂດຍຜ່ານສື່ທາງການຕ່າງໆ.
ທ່ານປະທານກອງປະຊຸມ ໄດ້ເນັ້ໃຫ້ຄະນະຊີ້ນໍາລວມຂອງໜ່ວຍງານ 015/ຄຄອຊ ເລັ່ງສ້າງກົນໄກລະອຽດໃນການຕິດຕໍ່ພົວພັນປະສານງານ, ເລັ່ງສ້າງສູນຮັບແຈ້ງເຫດ ໜ່ວຍງານຕ້ານການຫຼອກລວງຜ່ານທາງອອນລາຍ ພາຍໃນເດືອນ 9/2025 ແລະ ເລັ່ງຄົ້ນຄວ້າໃນການຊອກຫາຈັບກຸມກຸ່ມຄົນບໍ່ດີ ເພື່ອມາລົງໂທດຕາມລະບຽບກົດໝາຍ.

