ກັກຕົວຄົນໄທ 5 ຄົນ ຢູ່ນະຄອນໄກສອນ ມີກາເຟປະສົມສານເສບຕິດ ແລະ ອາວຸດປືນໄວ້ຄອບຄອງ

ພັທ ແກ້ວອຸດອນ ສົນທິກຸມມານ ຫົວໜ້າພະແນກຕໍາຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ລາຍງານວ່າ: ເວລາປະມານ 12:00 ໂມງ ວັນທີ 26 ສິງຫາ 2025 ເຈົ້າໜ້າທີ່ໄດ້ເຂົ້າກວດຄົ້ນເຮືອນເຊົ່າແຫ່ງໜຶ່ງ ຢູ່ເຂດບ້ານສະໜາມໄຊ ນະຄອນໄກສອນພົມວິຫານ ພົບຜູ້ຕ້ອງສົງໄສ ເປັນຄົນສັນຊາດໄທ 5 ຄົນ, ຍິງ 3 ຄົນ ຄື: ທ້າວອະນຸວັດ ພົມເລີດ ຫລື ໄກສອນ ອາຍຸ 44 ປີ ກໍາມະກອນ ຢູ່ບ້ານປະກໍ່ ເມືອງຊານຸມານ ເປັນຜົວຂອງນາງອຸບົນລັດ ສິນມາດ ຫລື ນໍ້າ ອາຍຸ 33 ປີ ກໍາມະກອນ ຢູ່ບ້ານດອນຫວາຍ ເມືອງຊານຸມານ ຜູ້ເປັນເມຍ, ນາງຖະນັດພັດ ຄາຍທອງ ຫລື ເໜັ່ງ ອາຍຸ 34 ປີ ອາຊີບຄ້າຂາຍ ຢູ່ບ້ານບຸ່ງ ອໍາເພີເມືອງ, ນາງກິ່ງເພັດ ອາຍຸ 46 ປີ ຄ້າຂາຍ ຢູ່ບ້ານແມດ ອຳເພລື ແລະ ທ້າວພູສະຫວັດ ພອງແພ່ວ ຫລື ເຫລັກ ອາຍຸ 32 ປີ ກໍາມະກອນ ຢູ່ບ້ານເກືອກຸດ ອໍາເພີເມືອງ ທັງໝົເຢູ່ຈັງຫວັດອຳນາດຈະເລີນ.

ຜ່ານການກວດຄົ້ນ ພົບກາເຟ ປະສົມສານຢາເສບຕິດ 62 ຊອງ ແລະ ປືນສັ້ນຍີ່ຫໍ້ ກັອກ 19 ສີດໍາ 1 ກະບອກ ພ້ອມລູກປືນ 12 ລູກ ຢູ່ໃນຫ້ອງນອນຂອງທ້າວອານຸວັດ ປັດຈຸບັນສົ່ງຕົວໃຫ້ເຈົ້າໜ້າທີ່ແລ້ວ.
ຜ່ານການສືບສວນສອບສວນ ທ້າວອານຸວັດ ສາລະພາບວ່າ: ກາເຟປະສົມສານເສບຕິດ ແລະ ປືນດັ່ງກ່າວ ແມ່ນຂອງຜູ້ກ່ຽວແທ້, ເຈົ້າໜ້າທີ່ຈຶ່ງດຳເນີນດໍາເນີນຄະດີນໍາໃນຂໍ້ຫາ ມີກາເຟປະສົມສານເສບຕິດ ແລະ ອາວຸດເສິກໄວ້ໃນຄອບຄອງ ທີ່ຜິດກົດໝາຍຂອງ ສປປ ລາວ ແລະ ອີກຄົນໄທ 4 ຄົນ ແມ່ນມອບໃຫ້ເຈົ້າໜ້າທີ່ພະແນກຕໍາຫລວດຄຸ້ມຄອງຄົນຕ່າງປະເທດ ກອງບັນຊາການ ປກສ ແຂວງສະຫວັນນະເຂດດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

