ລາວ-ໄທ ສືບຕໍ່ຮ່ວມມື 8 ໜ້າວຽກ ໃນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ວັນທີ 27 ສິງຫາ 2025 ນີ້, ທີ່ນະຄອນຫລວງບາງກອກ ຣາຊະອານາຈັກໄທ ໄດ້ຈັດກອງປະຊຸມຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັ້ງທີ 2 ປະຈໍາປີ 2025 ໂດຍການເປັນປະທານຮ່ວມ ຂອງ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ປະທານຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ແລະ ພົນໂທ ນັດຖະພົງ ເພຣົາແກ້ວ ເຈົ້າກົມກິດຈະການຊາຍແດນ ແຫ່ງ ຣາຊະອານະຈັກໄທ, ປະທານຄະນະອະນຸກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ ພ້ອມດ້ວຍຄະນະອະນຸກຳມະການ ຂອງທັງສອງຝ່າຍ ເຂົ້າຮ່ວມ.
ສອງຝ່າຍໄດ້ພ້ອມກັນປະຕິບັດຕາມ ບົດບັນທຶກກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29, ທັງສອງຝ່າຍເຫັນດີເປັນເອກະພາບກັນ:
- ສືບຕໍ່ກໍານົດແນວທາງ ແລະ ມາດຕະການທີ່ເໝາະສົມໃນການສົ່ງເສີມການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນລາວ-ໄທ.
- ສືບຕໍ່ເພີ່ມທະວີສ້າງສາຍພົວພັນການຮ່ວມມືທີ່ດີຕໍ່ກັນຖານບ້ານໃກ້ເຮືອນຄຽງ ເປັນຕົ້ນແມ່ນຈະສືບຕໍ່ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ຄະນະຜູ້ແທນຂັ້ນຕ່າງທັງສອງຝ່າຍ.
- ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ດໍາເນີນມາດຕະການທີ່ຈໍາເປັນພາຍໃຕ້ກົດໝາຍ ຂອງແຕ່ລະປະເທດ.
- ເພີ່ມທະວີການຮ່ວມມືຢ່າງຈິງຈັງໃນການຕ້ານ ແລະ ສະກັດກັ້ນ ຜູ້ລັກລອບນໍາພາຄົນເຂົ້າເມືອງຜິດກົດໝາຍ.
- ຮ່ວມມືດ້ານແຮງງານ ແລະ ການຕໍ່ຕ້ານການຄ້າມະນຸດ, ການຄ້າຢາເສບຕິດ, ຮ່ວມມືກັນຕ້ານການກໍ່ອາຊະຍາກໍາຂ້າມຊາດ ແລະ ກຸ່ມຄົນທີ່ບໍ່ຫວັງດີຕໍ່ສາຍພົວພັນ ລາວ-ໄທ, ໄທ-ລາວ.
- ການປ້ອງກັນ ຕາຝັ່ງເຈື່ອນ, ການຈັດວາງກໍາລັງເພື່ອຄຸ້ມຄອງ ແລະ ປ້ອງກັນບັນຫາທີ່ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຊາຍແດນ ລາວ- ໄທ, ໄທ-ລາວ.
- ສົ່ງເສີມການຮ່ວມມືດ້ານການແພດທະຫານ ລະຫວ່າງ ກອງທັບປະຊາຊົນລາວ ກັບ ກອງທັບໄທ.
- ແລກປ່ຽນດ້ານວັດທະນະທໍາ ແລະ ກິລາ ລະຫວ່າງ ສອງກອງທັບ ລາວ-ໄທ ໃຫ້ເປັນຮູບປະທຳຢ່າງຕໍ່ເນື່ອງ.
ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຄະນະອະນຸກໍາມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວ ຄັ້ງທີ 2 ປະຈຳປີ 2025 ເພື່ອຮັບຮອງເອົາຜົນ ຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາຕົວຈິງນັບມື້ນັບຫຼາຍຂຶ້ນ ແລະ ເພື່ອແນໃສ່ເຮັດໃຫ້ຊາຍແດນຂອງສອງປະເທດ ລາວ-ໄທ, ໄທ-ລາວ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືກັນຢ່າງແທ້ຈິງ.
ທີ່ມາ: Lao people’s Army News

