ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
- ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງລັດຖະບານ
- ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງການຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານການຕ່າງປະເທດ ໃນເດືອນກັນຍາ 2025
- ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026, ລວມທັງ ການກະກຽມກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ
- ຮ່າງແຜນແມ່ບົດພັດທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035.
- ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ.
- ຮ່າງດຳລັດ ວ່າດ້ວຍການກັກ, ຍຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
- ຮ່າງດຳລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ.
- ຮ່າງດຳລັດ ວ່າດ້ວຍກອງທຶນທ່ອງທ່ຽວ.
- ຮ່າງດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ.
- ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

