ສ ເຢຍລະມັນ ໃຫ້ການສະໜັບສະໜູນໂຄງການຄຸ້ມຄອງປ່າໄມ້ບ້ານໄລຍະທີສອງ 20 ລ້ານເອີໂຣ ຢູ່ແຂວງຜົ້ງສາລີ ແລະ ແຂວງວຽງຈັນ

ວັນທີ 22 ສິງຫາ 2025 ຜ່ານມານີ້, ໄດ້ຈັດພິທີມອບ-ຮັບໂຄງການຄຸ້ມຄອງປ່າໄມ້ບ້ານ (VFMP) ໄລຍະທີສອງ ທີ່ນະຄອນຫລວງວຽງຈັນ. ໂດຍການສະໜັບສະໜູນ ໂຄງການຈາກລັດຖະບານ ແຫ່ງ ສ ເຢຍລະມັນ ຜ່ານທະນາຄານພັດທະນາ KfW ໃນມູນຄ່າ 20 ລ້ານເອີໂຣ ໃຫ້ແກ່ ສປປ ລາວ. ມອບໂດຍທ່ານ Daniel Plankerman ຜູ້ອຳນວຍການຫ້ອງການ KFW ປະຈຳພາກພື້ນຫວຽດນາມ, ກຳປູເຈຍ ແລະ ສປປ ລາວ ແລະ ຮັບໂດຍທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍການເຂົ້າຮ່ວມຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ເວີເນີ ໂກຣເອ ອຸປະທູດ ແຫ່ງສາທາລະນະລັດ ສະຫະພັນ ເຢຍລະມັນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການຄຸ້ມຄອງປ່າໄມບ້ານ (VFMP) ໄລຍະທີ 2 ຈະເລີ່ມຈັດຕັ້ງປະຕິບັດພາຍຫລັງການສະຫລຸບໂຄງການໄລຍະທີ 1 ໃນເດືອນພຶດສະພາ 2026 ແລະ ຈະສືບຕໍ່ດໍາເນີນການຈັດຕັ້ງປະຕິບັດຈົນເຖິງ ປີ 2033. ໂຄງການດັ່ງກ່າວ ຈະຂະຫຍາຍຂອບເຂດໄປສູ່ບັນດາແຂວງເປົ້າໝາຍໃໝ່ ຄື: ແຂວງຜົ້ງສາລີ ແລະ ແຂວງວຽງຈັນ, ພາຍໃຕ້ການຈັດຕັ້ງປະຕິບັດໂດຍ ກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.

ໂຄງການດັ່ງກ່າວ ມີຈຸດປະສົງເພື່ອສະໜັບສະໜູນການວາງແຜນຈັດສັນປ່າໄມ້ຂັ້ນບ້ານ; ການປັບຕົວ ແລະ ຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະການປັບປຸງລະບົບນິເວດ ປ່າໄມ້ ແລະ ສະພາບເສດຖະກິດ-ສັງຄົມ, ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນເຂດຊົນນະບົດ ທີ່ດໍາລົງຊີວິດຕິດພັນກັບການເພິ່ງພາອາໄສປ່າໄມ້ ດ້ວຍການບໍລິຫານຈັດການ, ການຄຸ້ມຄອງ, ການປົກປັກຮັກສາ, ການພັດທະນາ ແລະ ການນໍາໃຊ້ປ່າໄມ້ແບບຍືນຍົງ ໂດຍການນໍາໃຊ້ຮູບແບບ ຊາວບ້ານ ເປັນເຈົ້າການ ຈັດຕັ້ງປະຕິບັດ ແລະ ການມີສ່ວນຮ່ວມ ຂອງເພດຍິງ ເຂົ້າໃນວຽກງານດັ່ງກ່າວ.

ນັບແຕ່ປີ 1996 ເປັນຕົ້ນມາ, ເຢຍລະມັນເປັນຄູ່ຮ່ວມມືພັດທະນາທີ່ສຳຄັນໃນຂົງເຂດສີຂຽວຂອງ ສປປ ລາວ. ໂດຍຜ່ານ ທະນາຄານ KfW ທີ່ໄດ້ສະໜອງທຶນຊ່ວຍເຫຼືອຫຼາຍກວ່າ 145 ລ້ານເອີໂຣເພື່ອສະໜັບສະໜູນ ປ່າໄມ້, ຊີວະນາໆພັນ ແລະ ກະສິກໍາ ໂດຍສອດຄ່ອງກັບຍຸດທະສາດປ່າໄມ້ຂອງລາວ 2035, ທີ່ມີເປົ້າໝາຍເພີ່ມທະວີການປົກຫຸ້ມ ຂອງປ່າໄມ້ໃຫ້ໄດ້ 70% ແລະ ບຸລິມະສິດການຄຸ້ມຄອງປ່າຂອງຊຸມຊົນ, ປັບປຸງຊີວິດ ການເປັນຢູ່ຂອງຊຸມຊົນທີ່ ເພິ່ງພາອາໄສປ່າໄມ້.

ທີ່ມາ: ໜັງສືພິມປະຊາຊົນ