ສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຂອງພັກວັນສໍາຄັນຂອງຊາດ

ໂດຍ: ທິດກໍ່າ

ມາຮອດປັດຈຸບັນ, ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ພວມກ້າວເຂົ້າສູ່ຂັ້ນແຂວງ, ນະຄອນຫລວງ ແລະ ຂັ້ນກະຊວງ. ພາຍຫລັງສໍາເລັດຂັ້ນນີ້ແລ້ວ, ຂັ້ນຕີຊ້າງນໍ້ານອງກໍແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດລາວ. ເພາະສະນັ້ນ ນັບແຕ່ເວລານີ້ເປັນຕົ້ນໄປແມ່ນຍິ່ງກວ່າເວລາໃດໝົດທີ່ພວກເຮົາຕ້ອງພ້ອມກັນສຸມໃສ່ສ້າງຂະບວນການໃຫ້ກາຍເປັນຜົນງານ ເພື່ອຕ້ອນຮັບກອງປະຊຸມໃຫຍ່ແຕ່ລະຂັ້ນຂອງພັກ ແລະ ວັນສໍາຄັນຂອງຊາດໃຫ້ມີຄວາມໝາຍທາງດ້ານປະຫວັດສາດຂອງພັກ ແລະ ຂອງຊາດຢ່າງໂດດເດັ່ນ.

ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ໃນປີ 2025 ອັນເປັນປີທ້າຍສະໄໝແຫ່ງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຂອງພັກ ແລະ ຂອງລັດ (2020-2025). ນອກຈາກນັ້ນ ໃນປີ 2025 ກໍເປັນປີໜຶ່ງທີ່ມີຫລາກຫລາຍກິດຈະກໍາ, ຫລາຍເຫດການ ແລະ ຫລາຍວັນສໍາຄັນຂອງພັກ ແລະ ຂອງຊາດ ເຊິ່ງພວກເຮົາຕ້ອງພ້ອມກັນສະເຫລີມສະຫລອງໃຫ້ມີຄວາມໝາຍທາງດ້ານປະຫວັດສາດເຊັ່ນ: ວັນທີ 22 ມີນາ ແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/03/19555 – 22/03/2025), ວັນທີ 2 ທັນວາ ແມ່ນເປັນວັນຊາດ ຄົບຮອບ 50 ປີ (02/012/1975 – 02/12/2025) ແລະ ວັນທີ 13 ທັນວາ ແມ່ນວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 105 ປີ (13/12/1920 – 13/12/2025). ໜຶ່ງໃນສາມວັນປະຫວັດສາດທີ່ກ່າວມານີ້ ພວກເຮົາໄດ້ສະເຫລີມສະຫລອງຜ່ານພົ້ນໄປແລ້ວ ຄືວັນສ້າງຕັ້ງພັກ ຄົບຮອບ 70 ປີ.

ຢ່າງໃດກໍດີ, ໃນບັນດາເຫດການ ແລະ ວັນສໍາຄັນທາງປະຫວັດສາດຂອງຊາດ ແລະ ຂອງພັກທີ່ໄດ້ກ່າວມາຂ້າງເທິງນັ້ນ ມັນລ້ວນແລ້ວແຕ່ມີການພົວພັນເຖິງພັນທະໜ້າທີ່ຂອງທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນບັນດາເຜົ່າ ຕ້ອງສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວໃຫ້ກາຍເປັນພະລັງທາງດ້ານແນວຄິດ ກ້າວໄປເຖິງພຶດຕິກໍາຕົວຈິງໃນການອອກແຮງສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາກາຍເປັນຜົນງານຢ່າງໃຫຍ່ຫລວງ ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ວັນສໍາຄັນຂອງຊາດຢ່າງມີຄວາມໝາຍ. ຫາກຕັ້ງໂຈດກັນວ່າ: ຂະບວນການແຂ່ງຂັນສ້າງຜົນງານນັ້ນ ພວກເຮົາຄວນເຮັດຫຍັງແດ່ ? ຄໍາຕອບໂຈດກໍຄື ຕ້ອງສຸມໃສ່ເຮັດໜ້າທີ່ວິຊາສະເພາະທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ມີຄວາມສັດຊື່ບໍລິສຸດຕໍ່ພັກ, ຕໍ່ລັດ, ເຫັນແກ່ຊາດ ແລະ ປະຊາຊົນເປັນໃຫຍ່, ບໍ່ສໍ້ລາດບັງຫລວງ ກໍຖືວ່າຂັ້ນສຸດຍອດແລ້ວ. ຕົວຢ່າງໃນ 6 ເດືອນຕົ້ນປີ 2025 ຜ່ານມາ ມີຫລາຍກົມກອງທ້ອງຖິ່ນໄດ້ສ້າງຜົນງານອັນໂດດເດັ່ນໃຫ້ກົມກອງ ອັນເປັນຜົນງານໃຫ້ແກ່ປະເທດຊາດ ຄືແຂວງຫົວພັນສາມາດເກັບລາຍຮັບໄດ້ 117 ຕື້ກີບ ທຽບໃສ່ແຜນການປີແມ່ນໄດ້ 45,90%, ແຂວງເຊກອງສົ່ງອອກສິນຄ້າບັນລຸໄດ້ 121.16 ລ້ານໂດລາສະຫະລັດ. ອັນທີ່ພິເສດໄດ້ມີ 3 ທີມເຕະບານເຍົາວະຊົນລາວໄດ້ໄປສ້າງຜົນງານຢ່າງໂດດເດັ່ນມາໃຫ້ສະໂມສອນຂອງຕົນເອງ ແລະ ສ້າງຊື່ສຽງມາໃຫ້ປະເທດຊາດ ຄືທີມເຍົາວະຊົນດັບເບິ້ນຢູໄອຈີນາຄາ, ທີມເຕະບານເຍົາວະຊົນສະໂມສອນເບສະຫວັນ ແລະ ທີມເຕະບານມາສດາຈີບີ. ນີ້ລະຄືໜຶ່ງໃນຕົ້ນແບບຂອງຄວາມຮັກຊາດ ແລະ ພັດທະນາ.