ຮອງປະທານປະເທດ ແລະ ຮອງນາຍົກ ຮ່ວມສະຫລອງສະຫລອງວັນຊາດ ຫວຽດນາມ ຄົບຮອບ 80 ປີ

ວັນທີ 22 ສິງຫາ 2025 ນີ້ ສະຖານທູດຫວຽດນາມ ປະຈຳລາວ ນະຄອນຫລວງວຽງຈັນ ຈັດພິທີສະເຫລີມສະຫລອງ ວັນຊາດຫວຽດນາມ ຄົບຮອບ 80 ປີ (02/09/1945-2/9/2025) ໃຫ້ກຽດເຂົ້າຮ່ວມມີ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ຫວໍ ທິ ແອັງ ຊວນ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ບັນດາເອກອັກຄະລັດຖະທູດ, ອຸປະທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນຢູ່ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳ ລາວ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ໃນໄລຍະຜ່ານມາ ເຊິ່ງໃນໄລຍະ 80 ປີທີ່ຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ດ້ວຍແນວຄິດອັນເປັນອຳມະຕະທີ່ວ່າ“ບໍ່ມີສິ່ງໃດທີ່ປະເສີດເລີດລໍ້າເໜືອກວ່າເອກະລາດ ແລະ ອິດສະລະພາບ”, ທົ່ວປວງຊົນທັງຊາດຫວຽດນາມ ໄດ້ສາມັກຄີເປັນຈິດໜຶ່ງໃຈດຽວ, ຮ່ວມກັບນ້ຳໃຈສາມັກຄີສາກົນ ອັນບໍລິສຸດຜຸດຜ່ອງ ນໍາເອົາການປະຕິວັດຂອງຫວຽດນາມ ຈາກໄຊຊະນະນີິ້ສູ່ໄຊຊະນະອື່ນ, ປະຕິບັດສຳເລັດພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ພວມປະຕິບັດພາລະກິດປ່ຽນແປງໃໝ່ສຳເລັດຜົນ, ກ້າວໄປສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ທ່ານ ຫງວຽນ ມິງ ເຕີມ ຍັງໃຫ້ຮູ້ອີກວ່າ: ໃນວັນທີ 2 ກັນຍາ 1945, ຢູ່ສະໜາມຫລວງ ບາດິ່ງ, ທີ່ນະຄອນຫລວງຮ່າໂນ້ຍ, ປະທານໂຮ່ຈີ່ມິງ ໄດ້ອ່ານບົດຖະແຫລງປະກາດເອກະລາດ, ຊຶ່ງໄດ້ປະກາດໃຫ້ທົ່ວປວງຊົນທັງຊາດ ແລະ ທົ່ວໂລກຊາບກ່ຽວກັບຄວາມເປັນເອກະລາດ, ອິດສະລະພາບ, ຄວາມສະເໝີພາບຂອງຊາດຫວຽດນາມ ແລະ ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕຫວຽດນາມ, ປັດຈຸບັນແມ່ນ ປະເທດສາທາລະນະລັດ ສັງຄົມນິຍົມຫວຽດນາມ. ໃນນັ້ນ, ໄດ້ເນັ້ນໜັກວ່າ: “ປະເທດ ຫວຽດນາມ ມີສິດໄດ້ຮັບຄວາມເປັນເອກະລາດ, ອິດສະລະພາບ ແລະ ໃນຕົວຈິງໄດ້ກາຍເປັນປະເທດໜຶ່ງທີ່ມີອິດສະລະພາບ ແລະ ຄວາມເປັນເອກະລາດ. ທົ່ວປວງຊົນທັງຊາດຫວຽດນາມ ຕັດສິນໃຈຈະອຸທິດຈິດໃຈ ແລະ ກຳລັງແຮງ, ຊີວິດອິນຊີ ແລະ ຊັບສິນທັງໝົດ ເພື່ອປົກປັກຮັກສາອິດສະລະພາບ ແລະ ຄວາມເປັນເອກະລາດ ດັ່ງກ່າວ”. ການກຳເນີດຂອງສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແມ່ນຂີດໝາຍຈຸດເລີ່ມຕົ້ນຂອງສັງກາດໃໝ່ຂອງຊາດ ຊຶ່ງແມ່ນສັງກາດແຫ່ງຄວາມເປັນເອກະລາດ, ອິດສະລະພາບ ແລະ ເປັນເຈົ້າຊາຕາກຳ ຂອງຊາດ. ນັບແຕ່ນັ້ນເປັນຕົ້ນມາ, ປະຊາຊົນຫວຽດນາມ ໄດ້ຖືເອົາວັນທີ 2 ກັນຍາ ຂອງທຸກໆປີ ແມ່ນ “ວັນບຸນເອກະລາດ”.
ຈາກພື້ນຖານເສດຖະກິດທີ່ຫລ້າຫລັງ, ຫວຽດນາມ ໄດ້ບືນຕົວເຮັດໃຫ້ພື້ນຖານເສດຖະກິດ ຂຶ້ນເປັນອັນດັບທີ 32 ໃນໂລກ, ຢູ່ໃນກຸ່ມ 20 ພື້ນຖານເສດຖະກິດແຖວໜ້າດ້ານການຄ້າ ແລະ ການດຶງດູດການລົງທຶນຈາກຕ່າງປະເທດ, ເປັນຕ່ອງໂສ້ອັນສໍາຄັນຂອງ 17 ສັນຍາການຄ້າເສລີ (FTA) ເຊື່ອມຈອດກັບ 60 ພື້ນຖານເສດຖະກິດຫລັກໆໃນພາກພື້ນ ແລະ ທົ່ວໂລກ. ພ້ອມນີ້, ຫວຽດນາມ ຍັງໄດ້ສ້າງຕັ້ງສາຍພົວພັນທາງການທູດກັບ 194 ປະເທດໃນໂລກ. ໃນນັ້ນ, ມີບັນດາສະມາຊິກຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ບັນດາປະເທດໃຫຍ່ທັງໝົດ ແລະ ແມ່ນສະມາຊິກທີ່ຕັ້ງໜ້າຂອງ 70 ກວ່າອົງການຈັດຕັ້ງໃນພາກພື້ນ ແລະ ສາກົນ.
ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ, ເພື່ອໃຫ້ຫວຽດນາມ ມີພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນ, ຊື່ສຽງໃນວົງຄະນາຍາດສາກົນ ຄືທຸກວັນນີ້, ໄປຄຽງຄູ່ກັບຄວາມມານະພະຍາຍາມບຸກໜ້າບືນຕົວ ຂອງຕົນເອງແລ້ວ, ຍາມໃດກໍໄດ້ ຮັບການສະໜັບສະໜູນ, ການຊ່ວຍເຫລືອອັນລ້ຳຄ່າ ຈາກເພື່ອນມິດສາກົນ ໂດຍສະເພາະ ແມ່ນການຊ່ວຍເຫລືອທີ່ໃຫຍ່ຫລວງ, ໝົດຈິດໝົດໃຈ, ມີປະສິດທິຜົນຂອງ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ.

