ກະຊວງປ້ອງກັນຄວາມສະຫງົບ ປະກາດນາຍຕຳຫລວດຂັ້ນສູງ ພັກການ-ຮັບອຸດໜູນບໍານານ 15 ສະຫາຍ

ວັນທີ 22 ສິງຫາ 2025 ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດນາຍຕຳຫລວດຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ອອກພັກການ-ຮັບອຸດໜູນບໍານານ, ໂດຍການເປັນປະທານຂອງ ພົອ ວິໄລ ຫລ້ຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ວິທະຍາຄານ, ປກສ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.
ໃນພິທີ, ພົຈວ ຄອນສະຫວັນ ສົມພາໄຊ ຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ໄດ້ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ແລະ ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ ອະນຸມັດໃຫ້ ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພັກການ-ຮັບອຸດໜູນບໍານານ.
ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫລວດ ພັກການ-ຮັບອຸດໜູນບໍານານ ມີ:
- ພັອ ວີທອງ ພົມທະວີ ຫົວໜ້າກົມເສນາທິການ ຫ້ອງວ່າການກະຊວງ,
- ພັອ ສີຍາ ຫຼ້າຍານີ ຮອງຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ,
- ພັອ ສຸຫວາດ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ສັນຕິບານ,
- ພັອ ຈັນທະວົງ ພະສຸນົນ ຮອງຫົວໜ້າຫ້ອງການ ກົມໃຫຍ່ສັນຕິບານ,
- ພັອ ບົວສີ ເພັດສີຄາມ ຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ,
- ພັອ ຄໍາເຫລັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫລວດຈະລາຈອນ ກົມໃຫຍ່ຕໍາຫລວດ,
- ພັອ ວິລະພອນ ວົງຄໍາມຸນຕີ ຫົວໜ້າກົມຕໍາຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫລວດ,
- ພັອ ຈັນເພັງ ວົງແສງເພັດ ຮອງຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫລວດ,
- ພັອ ສົມສັກ ຄໍາມຸງຄຸນ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການ,
- ພັອ ບຸນກັນ ໄຊຍະແສງ ຮອງຫົວໜ້າກົມຄຸ້ມຄອງພາຫະນະ-ຂົນສົ່ງ ກົມໃຫຍ່ພະລາທິການ,
- ພັອ ວົງວິໄລ ຫົວໜ້າພະແນກເຕັກນິກວິຊາສະເພາະ ກົມ 504,
- ພັອ ແສງທອງ ເສົາຄໍາ ຫົວໜ້າຄະນະວິຊານິຕິວິທະຍາ ວິທະຍາຄານຕໍາຫຼວດປະຊາຊົນ,
- ພັອ ສີໜູນ ມັງຄະຄຸນ ຫົວໜ້າສູນຂໍ້ມູນສື່ສານການສຶກສາ ວິທະຍາຄານຕໍາຫລວດປະຊາຊົນ,
- ພັອ ກໍລະກັນ ຄໍ້າພູປະຖົມ ຮອງຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ.
ໃນໂອກາດດັ່ງກ່າວ, ພົອ ວິໄລ ຫລ້າຄຳຟອງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ບັນດາສະຫາຍທີ່ ພັກການ-ຮັບອຸໜູນບໍານານ ໃນການສຸມທຸກເຫື່ອແຮງຂອງຕົນເອງ ເຂົ້າໃນການປະຕິບັດໜ້າທີ່ວຽກງານ ຕະຫລອດໄລຍະຜ່ານມາ ຢ່າງມີຜົນສຳເລັດຫລາຍດ້ານ, ເຊິ່ງການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານ ເມື່ອເຖິງອາຍຸກະສຽນກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານ ຕາມລະບຽບການ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະ ປະສົບການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ວຽກງານປ້ອງກັນຄວາມສະຫງົບ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ.

