ປກສ ແຂວງຈຳປາສັກ ກັກຕົວແກ້ງໄວລຸ້ນ 5 ຄົນ ພ້ອມຂອງກາງຢາບ້າ 72,000 ເມັດ ແລະ ຄໍລາເຈັນ

ວັນທີ 22 ສິງຫາ 2025 ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ ລາຍງານວ່າ: ເວລາ 10:00 ໂມງ ວັນທີ 1 ກໍລະກົດ 2025 ເຈົ້າໜ້າທີ່ພະແນກຕຳຫລວດສະກັດກັ້ນແລະຕ້ານຢາ ເສບຕິດ ປກສ ແຂວງຈຳປາສັກ ປະຈຳປ້ອມກວດກາ ຫລັກ44 ບ້ານນາດ່ານ ເມືອງຊະນະສົມບູນ ໄດ້ກັກ ແລະ ກວດຄົ້ນກະບະ ຍີ່ຫໍ້ TOYOTA ລຸ້ນ REVO ໝາຍເລກ ທະບຽນ ກຂ 7553 ຄໍາມ່ວນ ທີ່ເດີນທາງມາແຕ່ແຂວງສະຫວັນນະເຂດ ມຸ້ງໜ້າມາແຂວງຈໍາປາສັກ ຂັບຂີ່ມານຳກັນ 5 ຄົນ ຍິງ 2 ຄົນ.
ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ ຈຳນວນ 72,000 ເມັດ ແລະ ຄໍລາເຈນ ຈຳນວນຫລາຍຊອງ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວກຸ່ມໄວລຸ້ນພ້ອມທັງຂອງກາງ ໄປທຳການສືບສວນສອບສວນເພື່ອດຳເນີນ ຕາມຂັ້ນຕອນຂອງລະບຽບກົດໝາຍ.

