ລັດຖະມົນຕີກະຊວງການຕ່າງປະເທດລາວ ຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ມົງໂກລີ

ວັນທີ 21 ສິງຫາ 2025 ນີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ທີ່ ທໍານຽບລັດຖະບານ ແຫ່ງ ມົງໂກລີ ໃນໂອກາດເດີນທາງຢ້ຽມຢາມ ມົງໂກລີ ຢ່າງເປັນທາງການ ແລະ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີປຶກສາຫາລືຂອບການຮ່ວມມື ອາຊີຕາເວັນອອກ-ອາເມລິກາລາຕິນ (FEALAC) ຄັ້ງທີ 10.

ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ຈາກ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ເຖິງ ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ມົງໂກລີ ຄົນໃໝ່ ໃນເດືອນກໍລະກົດ 2025 ທີ່ຜ່ານມາ ແລະ ສະແດງຄວາມຊົມເຊີຍວັນຊາດມົງໂກລີ ຄົບຮອບ 819 ປີ ໃນວັນທີ 11 ກໍລະກົດ 2025 ທີ່ຜ່ານມາ.

ທ່ານ ທອງສະຫວັນ ພົມວິຫານ ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນການພົບປະສອງຝ່າຍກັບ ທ່ານ ນາງ ບັດເຊເຊັກ ບັດເມິງ ລັດຖະມົນຕີ ກະຊວງການຕ່າງ ປະເທດ ແຫ່ງ ມົງໂກລີ ໃນວັນທີ 20 ສິງຫາ 2025 ທີ່ຜ່ານມາ,​ ເຊິ່ງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ໃນການສືບຕໍ່ເພີ່ມທະວີ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໂດຍສະເພາະ ການພົວພັນ ແລະ ຮ່ວມມືໃນສາຍພັກ, ລັດຖະສະພາ, ປ້ອງກັນຊາດ, ສາທາລະນະສຸກ, ກະສິກຳ, ການສຶກສາ, ການຄ້າ, ວັດທະນະທໍາ, ການທ່ອງທ່ຽວ ກໍຄື ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ມົງໂກລີ ເພີ່ມຂຶ້ນໃນຊຸມປີຕໍ່ໜ້າ ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫລືອຂອງມົງໂກລີ ໃນໄລຍະຜ່ານມາ ໂດຍສະເພາະ ການປະກອບສ່ວນຊ່ວຍເຫລືອໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີ ທີ່ ແຂວງຊຽງຂວາງ ແລະ ການສົ່່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ, ລວມທັງການມອບແກະ 1.050 ໂຕ ໃຫ້ແກ່ ລັດຖະບານລາວ ໃນປີ 2018 ທີ່ຜ່ານມາ.

ທ່ານ ກອມບໍຈາວ ຊັງຕັງຊາທາຣ໌ ນາຍົກລັດຖະ ມົນຕີ ແຫ່ງ ມົງໂກລີີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຝາກຄວາມຢຶ້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບອັນອົບອຸ່ນ ມາຍັງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ທີ່ເຄີຍໄດ້ຮ່ວມເຮັດວຽກຮ່ວມກັນເມື່ອຄັ້ງທີ່ ດໍາລົງຕໍາແໜ່ງເປັນ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ແລະ ຝາກຄວາມຢື້ຢາມຖາມຂ່າວ ຫາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມທາງການມົງໂກລີ ຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ກໍຄືການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 10 ທີ່ ມົງໂກລີ ໃນຄັ້ງນີ້, ອັນໄດ້ເປັນການປະກອບສ່ວນສໍາຄັນ ເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືອັນດີງາມ ລະຫວ່າງ ມົງໂກລີ ແລະ ສປປ ລາວ. ທ່ານ ນາຍົກລັດຖະມົນຕີແຫ່ງມົງໂກລີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ (JC) ລາວ-ມົງໂກລີ ຄັ້ງທີ 12 ທີ່ ສປປ ລາວ ເປັນເຈົ້າພາບ ໃນເດືອນມັງກອນ 2025 ຜ່ານມາ ແລະ ສະເໝີໃຫ້ສອງຝ່າຍສືບຕໍ່ ຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມດັ່ງກ່າວ ກໍຄື ການຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມືສອງຝ່າຍຕ່າງໆ ທີ່ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາໃຫ້ເປັນຮູບປະທໍາ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ ມົງໂກລີ ແລະ ສປປ ລາວ.

ທ່ານ ນາຍົກລັດຖະມົນຕີ ກອມບໍຈາວ ຊັງຕັງຊາທາຣ໌ ຍັງໄດ້ສະແດງຄວາມຂອບໃຈຕໍ່ຄໍາອວຍພອນອັນປະເສີດ ແລະ ໄດ້ອວຍພອນໃຫ້ການເດີນທາງຢ້ຽມຢາມ ມົງໂກລີ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດຢ້ຽມຢາມທາງການ ຢູ່ ມົງໂກລີ ຄັ້ງນີ້ ທ່ານ ພົນເອກ ບຽມບາຊູເຣນ ຈຳສ໌ຣັງ ຫົວໜ້າກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດ ແຫ່ງ ມົງໂກລີ, ອະດີດເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ ທີ່ຫາກໍສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນເດືອນພຶດສະພາ 2025 ທີ່ຜ່ານມາ ໄດ້ຈັດງານລ້ຽງອາຫານຄໍ່າ ຕ້ອນຮັບ ທ່ານ ທອງສະຫວັນ ພົມວິຫານ ແລະ ຄະນະອີກດ້ວຍ.