ເຮັດບຸນຫໍ່ເຂົ້າປະດັບດິນ ສ້າງຄວາມດີປະດັບໃຈ ໃຫ້ເປັນປະເພນີປະດັບຊາດ

ໂດຍ: ຜາຕຸງ

ບຸນຫໍ່ເຂົ້າປະດັບດິນປີນີ້, ກົງກັບວັນອາທິດ ວັນທີ 23 ສິງຫາ 2025 ແຮມ 14 ຄໍ່າເດືອນ 9 ຕາມປະຕິທິນລາວເຮົາ. ໃນໂອກາດບຸນຫໍ່ເຂົ້າປະດັບດິນປີນີ້ ຊາວພຸດເຮົາທັງຫລາຍໃນທຸກບ້ານ, ທຸກວັດໃນຂອບເຂດທົ່ວປະເທດ ຕ່າງກໍໄດ້ກຽມຈິດກຽມໃຈ ທັງຫ້າງຫາກະກຽມວັດຖຸປັດໄຈ, ເຄື່ອງໄທຍະທານຕ່າງໆ ເພື່ອທຳບຸນຕາມຮີດຄອງປະເພນີ, ຕາມຮີດ 12 ຄອງ 14 ປະເພນີລາວ, ຮີດບໍ່ໃຫ້ໝອງຄອງບໍ່ໃຫ້ເສົ້າ. ບຸນຫໍ່ເຂົ້າປະດັບດິນໝາຍເຖິງບຸນປະຈຳເດືອນເກົ້າ ເພາະໃນໜຶ່ງປີ ຫລືວ່າ 12 ເດືອນ ຈະມີບຸນປະຈຳໃນແຕ່ລະເດືອນເຊັ່ນວ່າ: ເດືອນແປດແມ່ນບຸນເຂົ້າພັນສາ,  ເດືອນສິບຈະມາເຖິງນີ້ແມ່ນບຸນຫໍ່ເຂົ້າສະຫລາກ, ເດືອນສິບເອັດແມ່ນບຸນອອກພັນສາ, ເດືອນສິບສອງແມ່ນບຸນພະທາດຫລວງ ເຫລົ່ານີ້ເປັນຕົ້ນ.

ບຸນຫໍ່ເຂົ້າປະດັບດິນ ແມ່ນການນຳເອົາເຂົ້າ, ເຄື່ອງສົ້ມເຄື່ອງຫວານ, ເຂົ້າຕົ້ມເຂົ້າໜົມ, ຄຳໝາກ, ກອກຢາຫໍດ້ວຍໃບຕອງກ້ວຍ ຫຼື ໃສ່ພາຊະນະອື່ນໆ ແລ້ວນຳໄປວາງໄວ້ຕາມບໍລິເວນໜ້າດິນ ຫລື ໃນບ່ອນທີ່ຕົນເຊື່ອວ່າເປັນບ່ອນສັກສິດນັບຖືເຊັ່ນ: ຕາມວັດວາອາຮາມ, ຕາມບ້ານເຮືອນທີ່ຕົນອາໄສຢູ່, ຕາມໄຮ່ນາຮົ້ວສວນທີ່ຕົນເອງໄດ້ອາໄສທຳມາຫາກິນ ຫລື ຫ້ອຍໄວ້ຕາມຕົ້ນໄມ້ ເພື່ອໃຫ້ດວງວິນຍານບັນພະບູລຸດ, ຍາດພີ່ນ້ອງໄດ້ກິນສິ່ງທີ່ພວກເຮົາໄດ້ອຸທິດໃຫ້ທານໄປນັ້ນ ຂໍຈົ່ງພົ້ນຈາກຄວາມທຸກຍາກ, ອຶດຫິວ ເພາະໃນມື້ນັ້ນເປັນມື້ຈ່າຍົມພິບານໄດ້ອະນຸຍາດໃຫ້ຜຸດຜີປີສາດ, ອະສຸຣະກາຍທັງຫລາຍ ແລະ ວິນຍານຂອງຍາດຕິພີ່ນ້ອງມາຮັບເອົາຜົນທານຂອງຜູ້ຍັງມີຊີວິດໄດ້ໃຫ້ທານໄປໃນວັນບຸນຫໍ່ເຂົ້າປະດັບດິນນັ້ນແລ.

ແນວໃດກໍຕາມ, ນີ້ແມ່ນຮີດຄອງປະເພນີທີ່ເຄີຍປະຕິບັດສືບຕໍ່ກັນມານັບແຕ່ສະໄໝພຸດທະການ ແລະ ຂຶ້ນກັບຄວາມເຊື່ອຂອງແຕ່ລະຄົນ, ແຕ່ສິ່ງສຳຄັນນີ້ຄືການໃຫ້ທານວັດຖຸປັດໄຈແກ່ສັບພະສັດທັງຫລາຍ ນັບແຕ່ນ້ອຍຫາໃຫຍ່, ນັບແຕ່ມົດແມງນົກໜູປູປີກ ຫລື ສັດອື່ນໆ ໃນເມື່ອເຮົາໄປວາງໄວ້ແລ້ວຈະມີຫຍັງມາກິນນັ້ນກໍສຸດແລ້ວ ເພາະມື້ນີ້ເຮົາໄດ້ໃຫ້ທານໄປແລ້ວ ເຮົາອະຖິຖານໄປໃຫ້ແລ້ວ ເຮົາເອງຜູ້ໃຫ້ທານກໍດີໃຈ, ສະບາຍໃຈປຽບເໝືອນເຮົາໄດ້ສ້າງຄວາມດີໃຫ້ບັນພະບູລຸດ, ຍາດຕິພີ່ນ້ອງ ຕະຫລອດສັບພະສັດທັງຫລາຍກໍຫວັງວ່າພວກເພິ່ນຈະມາຮັບເອົາຜົນບຸນທີ່ເຮົາໄດ້ໃຫ້ທານໄປນັ້ນໝົດທຸກທ່ານ, ທຸກອົງ, ທຸກຕົນ ແລະ ທຸກຄົນນັ້ນດ້ວຍ.

ຄຽງຄູ່ກັບການທຳບຸນໃຫ້ທານໃນໂອກາດບຸນເດືອນເກົ້າຫໍ່ເຂົ້າປະດັບດິນປີນີ້ແລ້ວ, ເພື່ອໃຫ້ມີບັນຍາກາດມ່ວນຊື່ນຄຶກຄື້ນມີຄວາມໝາຍໃນຍຸກພັດທະນາຄືປັດຈຸບັນ ມີຫລາຍທ້ອງຖິ່ນເຂດແຂວງໄດ້ຈັດກິດຈະກຳຕ່າງໆເສີມສ້າງໃຫ້ມ່ວນຊື່ນຄຶກຄື້ນຕາງຫາລາຍໄດ້ຈາກຜູ້ຄົນທີ່ໄປທ່ຽວໃນງານເຊັ່ນ: ຈັດກິດຈະກຳວາງສະແດງບໍລິການຂາຍສິນຄ້າປະເພດຕ່າງໆ ນອກຈາກນັ້ນ ກໍມີກິດຈະກຳແຂ່ງຂັນຊ່ວງເຮືອເຫລົ່ານີ້ເປັນຕົ້ນ. ບັນດາເຂດແຂວງທີ່ຈັດໄດ້ດີກວ່າໝູ່ໃນຍາມບຸນຫໍ່ເຂົ້າປະດັບດິນກໍແມ່ນນະຄອນຫລວງພະບາງ ຍ້ອນວ່າເປັນຮາກເຫງົ້າແຫ່ງວັດທະນະທຳ ທັງເປັນເມືອງມໍລະດົກໂລກ.

ແຕ່ງສິ່ງໜຶ່ງທີ່ຄວນເບິ່ງຄືນ ແລະ ເອົາໃຈໃສ່ຕື່ມອີກນັ້ນ ແມ່ນຄວາມສະອາດງາມຕາຂອງບ້ານເມືອງໂດຍສະເພາະແມ່ນຕົວເມືອງໃຫຍ່ເປັນຕົ້ນ ນະຄອນຫຼວງວຽງຈັນ  ເພາະປີຜ່ານມາ ເມື່ອຮອດຍາມບຸນຫໍ່ເຂົ້າປະດັບດິນມາເທື່ອໃດເຫັນວ່າຢູ່ຕາມແຄມວັດວາອາຮາມ, ຕາມຈຸດທາງຄົບ ທາງແຍກ ຈະເຕັມໄປດ້ວຍກວຍເຄື່ອງສົ້ມຂອງຫວານ ທີ່ເຮັດດ້ວຍໃບຕອງກ້ວຍ, ໂຟມ, ຈອກຢາງປາລາສະຕິກ, ຢາຍຊະ ຊາຍ ເຕັມໄປທົ່ວບາງບ່ອນບາງຈູດ ໄດ້ສອງ-ສາມມື້ກໍ່ຍັງບໍ່ມີພາກສ່ວນໃດອານາໄມເກັບມ້ຽນ ສົ່ງກິ່ນທີ່ບໍ່ໂສພາ ສ້າງຄວາມເປື້ອນເປິ ຕາມຖະໜົນຫົນທາງ ສະທ້ອນເຖິງຄວາມສະອາດງາມຕາຂອງບ້ານເມືອງຊຶ່ງສິ່ງນີ້ມັນຕິດພັນກັບ ສ.ສະອາດ.

ຖ້າຖາມວ່າບັນຫານີ້ໃຜຈະເປັນຄົນມ້ຽນ ແລະ ອານາໄມ ຈະໃຫ້ ຄບຕ ເປັນຜູ້ມາມ້ຽນມັດໃຫ້ບໍ? ແຕ່ເບິ່ງໂດຍລວມແລ້ວອາດບໍ່ແມ່ນ ,ຄັນຊັ້ນແມ່ນພາກສ່ວນໃດ? ຄຳຕອບແນ່ນອນວ່າແມ່ນ ພວກເຮົາທຸກຄົນນີ້ລະເປັນຜູ້ມ້ຽນຜູ້ອານາໄມ ນີ້ບໍ່ໄດ້ໝາຍຄວາມວ່າໃຫ້ແຕ່ລະຄົນ ຈັບຟອຍກ້ານພ້າວໄປກວາດໄປປັດດອກ ພຽງແຕ່ວ່າເຮົາບໍ່ນຳເອົາສິ່ງຂອງເຄື່ອງທານເຫຼົ່ານັ້ນໄປປະໄປວາງໄວ້ຕາມຈດທາງຄົບທາງແຍກ ຈຸດດວົງວຽນ ຕ່າງໆ ກໍຈະຊ່ວຍຫຼຸດຜ່ອນຄວາມຮົກເຮື້ອຄວາມບໍ່ສະອາດງາມຕາລົງໄດ້ ເຮົາຄວນນຳໄປວາງລຽບຕາມຂອກແຄແຈຮົ້ວເຮືອນຊານຂອງເຮົາເອງ ຫຼື ຕາມວັດວາອາຣາມກໍ່ໄດ້ ເພາະເພິ່ນຈະມີໜ່ວຍງານມາອະນາໄມໃນເມື່ອແລ້ວພິທີ, ນີ້ຖືວ່າເປັນທາງອອກໜຶ່ງໃນການຫຼຸດຜ່ອນມົນລະພິດໃນຕົວເມືອງ