ແຕ່ງຕັ້ງພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ເປັນຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ

ວັນທີ 15 ສິຫາ 2025 ຜ່ານມາ  ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ກະຊວງປ້ອງກັນຄວາມສະຫງົບ ມອບ-ຮັບ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ລະຫວ່າງ ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ກັບ ພົຈວ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ໃໝ່)

ໂດຍການເຂົ້າຮ່ວມ ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ເກົ່າ) ໃຫ້ຮູ້ວ່າ: ໄລຍະຜ່ານມາ ໄດ້ຈັດຕັ້ງປະຕິບັດ, ຜັນຂະຫຍາຍແຜນງານແຫ່ງຊາດ ວ່າດ້ວຍ ການຕ້ານການຄ້າມະນຸດ ໄລຍະ III (2021-2025) ແລະ ສຸ່ມໃສ່ສ້າງແຜນງານແຫ່ງຊາດ ວ່າດ້ວຍ ການຕ້ານການຄ້າມະນຸດ ໄລຍະ IV (2026-2030) ສໍາເລັດ, ໄດ້ຊຸກຍູ້ວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຕ່ສູນກາງລົງຮອດທ້ອງຖິ່ນ ມີຜົນສຳເລັດຫຼາຍດ້ານ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ກ່ຽວຂ້ອງ, ການແລກປ່ຽນຂໍ້ມູນຂ່າວສານ ໃນວຽກງານຕ້ານການຄ້າມະນຸດ, ການປົກປ້ອງ, ຊ່ວຍເຫຼືອ ແລະ ສົ່ງຕໍ່ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ, ໄດ້ນຳພາ-ຊີ້ນຳວຽກງານວິຊາສະເພາະ ຢ່າງເຄັ່ງຄັດ ເຮັດໃຫ້ການດຳເນີນຄະດີຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼັກການວິຊາສະເພາະ ເຊິ່ງໃນໄລຍະຜ່ານມາ ໄດ້ເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢ່າງຕັ້ງໜ້າ ແລະ ໄດ້ນຳຜູ້ກະທຳຜິດມາລົງໂທດຕາມລະບຽບກົດໝາຍ ແລະ ເສີມສ້າງວຽກງານການຮ່ວມມືສາກົນ ໄດ້ເອົາໃຈໃສ່ໃນການພົວພັນຮ່ວມມືກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ສາກົນ.