ສະຫາຍ ຄໍາໄຫຼ ສີປະເສີດ ໄດ້ຮັບການແຕ່ງຕັ້ງ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ແລະ ເປັນຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ

ວັນທີ 20 ສິງຫາ 2025 ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ຈັດພິທີປະກາດການແຕ່ງຕັ້ງ ແລະ ຊັບຊ້ອນພະນັກງານນຳພາ-ຄຸ້ມຄອງຂຶ້ນ ທີ່ສະໂມສອນຄະນະກວດກາສູນກາງພັກ ໃຫ້ກຽດເປັນປະທານໂດຍ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ.

ໃນພິທີຕາງໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ສະບັບເລກທີ 640/ຄລສພ, ລົງວັນທີ 16 ກໍລະກົດ 2025; ຜ່ານມະຕິຕົກລົງຂອງຄະນະນເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ ສະບັບເລກທີ641/ຄລສພ, ລົງວັນທີ 16 ກໍລະກົດ 2025, ມາດຕາ 1 ແຕ່ງຕັ້ງສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ, ຮອງປະທານຄະນະກວດກາສູນກາງພັກ.

ຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການແຕ່ງຕັ້ງຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ສະບັບເລກທີ 1064/ຄຈສພ, ລົງວັນທີ 24 ກໍລະກົດ 2025 ມາດຕາ 1 ແຕ່ງຕັ້ງສະຫາຍ ຄໍາໄຫຼ ສີປະເສີດ ກຳມະການສູນກາງພັກ ເປັນຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ.

ນອກຈາກນີ້ ຍັງໄດ້ຜ່ານຂໍ້ຕົກລົງ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການຊັບຊ້ອນພະນັກງານນຳພາ-ຄຸ້ມຄອງ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ສະບັບເລກທີ 254/ຄກສພ,ລົງວັນທີ 13 ສິງຫາ 2025. ຊັບຊ້ອນ ສະຫາຍ ສຸພາວົງ ວັນທານຸວົງ ຫົວໜ້າກົມພົວພັນຕ່າງປະທດ ໄປເປັນຫົວໜ້າກົມຕ້ານ ແລະ ສອບສວນການສໍ້ລາດບັງຫຼວງ.

ໂອກາດນີ້ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີເຊິ່ງໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ຕໍ່ສະຫາຍທີ່ຖືກແຕ່ງຕັ້ງ ແລະ ຊັບຊ້ອນ ພ້ອມເຊື່ອໝັ້ນວ່າ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງຊັບຊ້ອນໃນຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ, ປະສົບການ ແລະ ຄວາມຮູ້, ຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສຸມທຸກສະຕິປັນຍາເຂົ້າໃນການເຄື່ອນໄຫວວຽກງານກວດກາ ໃຫ້ເກີດດອກອອກຜົນ ແລະ ມີປະສິດຕິພາບສູງຂຶ້ນເລື້ອຍໆ ດ້ວຍຄວາມຮູ້-ຄວາມສາມາດ ແລະ ບົດຮຽນປະສົບການທີ່ສະຫາຍມີນັ້ນ ຈະເປັນພຶ້ນຖານສຳຄັນໃນການນຳພາປະຕິບັດວຽກງານເປັນເສນາທິການໃຫ້ແກ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ ແລະ ພ້ອມໝູ່ຄະນະນຳພາຊຸກຍູ້ຂະບວນການວຽກງານຕ່າງໆເປັນຕົ້ນ ວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ສືບຕໍ່ພັດທະນາ ແລະ ຂະຫຍາຍຕົວໄປເລື້ອຍໆ; ການຊັບຊ້ອນພະນັກງານນຳພາ-ຄຸ້ມຄອງຂັ້ນຫົວໜ້າກົມໃນຄັ້ງນີ້ ກໍ່ແມ່ນເພື່ອຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການ ເມືອງ ໃນຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຂອງພວກເຮົາໃຫ້ແທດເໝາະຕາມຫຼັກການ ແລະ ທິດນຳຂອງພັກເຮົາ.

ທີ່ມາ: ວາລະສານກວດກາ