ປກສ ແຂວງບໍລິຄຳໄຊ ຢຶດຢາບ້າ 2 ລ້ານກວ່າເມັດ ກັກຕົວໄດ້ 2 ຄົນ ແລະ ຫລົບໜີ 3 ຄົນ

ປກສ ແຂວງບໍລິຄຳໄຊ ລາຍງານວ່າ: ວັນທີ 18 ສິງຫາ 2025 ເວລາປະມານ 19:00 ໂມງ ເຈົ້າໜ້າທີ່ ວິຊາສະເພາະພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໄດ້ອອກເຄື່ອນໄຫວກວດກາລາດຕະເວນ ຕາມເສັ້ນທາງເລກທີ 13 ໃຕ້, ແຕ່ເມືອງປາກຊັນ ຫາ ເມືອງທ່າພະບາດ, ໄດ້ພົບເຫັນລົດຈິບ ຟໍຈູນເນີ ສີຂາວ ໝາຍເລກທະບຽນ ລຍ 5699 ກຳແພງນະຄອນ ເຊິ່ງເປັນລົດເປົ້າໝາຍສົງໄສເຄື່ອນໄຫວໄປມາແບບເຂດບ້ານໂພນສະຫວັນ ຜິດປົກກະຕິ. ລົດຄັນດັ່ງກ່າວໄດ້ຂັບຂີ່ເຂົ້າໄປທາງບ້ານນາຄໍາ , ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມໄປໄດ້ໄລຍະໜຶ່ງ ພົບເຫັນມີຊາຍ 4 ຄົນ ພາກັນມາຂົນຍ້າຍເອົາເປົາສີຂາວ ຈໍານວນ 5 ເປົາ ລົງຈາກລົດຟໍຈູນເນີ ໄປໃສ່ລົດໄຖນາເດີນຕາມ.
ຈາກນັ້ນ ຜູ້ຂັບຂີ່ລົດຟໍຈູນເນີໄດ້ຂັບລົດອອກໄປ ທາງ 13 ໃຕ້ ແລ່ນມຸ່ງໜ້າໄປທາງເມືອງປາກຊັນ, ສ່ວນອີກ 4 ຄົນໄດ້ພາກັນຂັບຂີ່ລົດໄຖນາເຂົ້າໄປປ່າ ແຄມນໍ້າຂອງ ເຂດບ້ານ ນາຄໍາ, ເມື່ອໄປຮອດກໍ່ໄດ້ຂົນຍ້າຍເປົາໃສ່ເຄື່ອງຈຳນວນ 5 ເປົາໄປຊຸກເຊື່ອງໄວ້ໃນປ່າ, ຕໍ່ມາມີຄົນໜື່ງໄດ້ຂັບຂີ່ລົດໄຖນາອອກໄປ, ສ່ວນອີກ 3 ຄົນໄດ້ພາກັນຢືນເຝົ້າເຄື່ອງ, ເມື່ອເຈົ້າໜ້າທີ່ສັງເກດເຫັນທ່າທາງພວກຄົນເຫຼົ່ານັ້ນມີພິລຸດສົງໄສຊຸກເຊື່ອງສີ່ງທີ່ຜິດກົດໝາຍ ຈື່ງຈະເຂົ້າກວດຄົ້ນ, ເມື່ອເຫັນເຈົ້າໜ້າທີ່ຕຳຫຼວດ, ພວກກ່ຽວທັງ 3 ຄົນໄດ້ເອົາຕົວຫຼົບໜີເຂົ້າປ່າ.

ຜ່ານການກວດຄົ້ນພົບເຫັນຢາບ້າ ຈໍານວນ 2,114,000 ເມັດ ນໍ້າໜັກ 251 ກິໂລກຣາມ, ຢູ່ໃນເປົາຈຳນວນ 5 ໜ່ວຍ ຈຶ່ງໄດ້ເຂົ້າກັກຕົວ ຄົນຂັບລົດໄຖນາ ຊື່ ທ້າວ ທິບພະຈັນ ໄຊຍະລາດ ( ສີ ) ອາຍຸ 39 ປີ ຢູ່ບ້ານນາຄໍາ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ພ້ອມກັບລົດໄຖນາເດີນຕາມ 1 ຄັນ, ປືນແກັບ 1 ກະບອກ, ໂທລະສັບ 2 ໜ່ວຍ ແລະ ໄດ້ປະສານກັບເຈົ້າໜ້າທີ່ວິຊາສະເພາະຈັດຕັ້ງກຳລັງຕິດຕາມ ສະກັດລັດລົດຈິບ ຟໍຈູນເນີ ໝາຍເລກທະບຽນ ລຍ 5699 ກຳແພງນະຄອນ ຈົນຮອດເວລາ 22:30 ນາທີ ເຈົ້າໜ້າທີ່ວິຊາສະເພາະຈຶ່ງເຂົ້າ ກັກຕົວຜູ້ຂັບຂີ່ທີ່ຊື່ ທ້າວ ໂດ່ ບຸນສະຫວັນ ອາຍຸ 30 ປີຢູ່ບ້ານປາກກະດິງເໜືອ ເມືອງປາກກະດິງ ແຂວງ ບໍລິຄຳໄຊ ພ້ອມລົດທີ່ໃຊ້ກໍ່ເຫດ ໄດ້ຢູ່ເຂດເທດສະບານເມືອງ, ພາຍໃນລົດກວດກາພົບເຫັນ, ປືນສັ້ນ ຈໍານວນ 1 ກະບອກ ພ້ອມລູກກະສູນ 10 ລູກ, ໂທລະສັບ 1 ໜ່ວຍ ຈື່ງໄດ້ນຳຕົວພວກກ່ຽວທັງສອງຄົນ ພ້ອມກັບຂອງກາງຈຳນວນດັ່ງກ່າວ ມາສືບສວນ-ສອບສວນ ຢ່າງເລັ່ງດ່ວນ.

ຜ່ານການ ສືບສວນ-ສອບສວນ ໃນເບື້ອງຕົ້ນ ພວກກ່ຽວໄດ້ໃຫ້ການສາລະພາບວ່າ: ຢາເສບຕິດຈຳນວນດັ່ງກ່າວແມ່ນຂອງພວກກ່ຽວແທ້ ເພື່ອຈະຂົນສົ່ງ ໄປປະເທດໃກ້ຄຽງ. ປະຈຸບັນ, ຄະດີດັ່ງກ່າວ ທາງເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ກຳລັງເລັ່ງດຳເນີນການສອບສວນ-ສອບສວນ ແລະ ຂະຫຍາຍຜົນຄົ້ນຫາຈັບຕົວພວກຮ່ວມຂະບວນການ ພ້ອມທັງທ້ອນໂຮມຂໍ້ມູນ, ຫຼັກຖານ, ສະຫຼຸບເຂົ້າໃນສຳນວນ ສົ່ງຟ້ອງຕາມຂະບວນການຍຸຕິທຳ, ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

