ກະຊວງສຶກສາທິການ ແລະ ກິລາ ກຽມສະເໜີຮັບຮອງ ແລະ ປະກາດໃຊ້ ໂລໂກ້ໃໝ່

ໜັງສືພິມ ກະຊວງສຶກສາທິການ ແລະ ກິລາ ລາຍງານວ່າ: ວັນທີ 15 ສິງຫາ 2025 ຜ່ານມາ ກະຊວງສຶກສາ ເຫັນດີຮັບຮອງເອົາການອອກແບບໂລໂກ້ໃໝ່ຂອງກະຊວງ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມກ

ການອອກແບບດັ່ງກ່າວ ເປັນຜົນງານຂອງຫ້ອງການສະພາວິທະຍາສາດແຫ່ງຊາດ ມີຄວາມສອດຄ່ອງ ແລະ ຄົບຖ້ວນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງກະຊວງສຶກສາທິການ ແລະ ກິລາ ຄື: ລັກສະນະຊາດ, ການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາ ເຊິ່ງໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ແລະ ມອບເງິນລາງວັນ 10 ລ້ານກີບ.

ໂລໂກ້ໃໝ່ດັ່ງກ່າວຂອງກະຊວງສຶກສາທິການ ແລະ ກິລາ ແມ່ນໄດ້ຜ່ານການເຫັນດີ ແລະ ຮັບຮອງ ຈາກຄະນະພັກ, ຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເປັນທີ່ຮຽບຮ້ອຍແລ້ວ ເຫຼືອພຽງຂັ້ນຕອນການນຳສະເໜີຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນສິງຫາ 2025 ເພື່ອຮັບຮອງ ແລະ ຂໍອະນຸມັດ ປະກາດນຳໃຊ້ຢ່າງເປັນທາງການໃນຕໍ່ໄປ.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ