ປະກາດແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານ ເປັນຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ

ວັນທີ 15 ສິງຫາ 2025 ທີ່ສູນກາງແນວລາວສ້າງຊາດ (ສນຊ) ຈັດພິທີປະກາດຍົກຍ້າຍ ແຕ່ງຕັ້ງ ແລະ ອອກພັກການ-ຮັບອຸດໜູນບຳນານ ການນຳຂັ້ນສູງຂອງ ສນຊ ໂດຍມີ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານ ສນຊ ມີບັນດາສະຫາຍຮອງເລຂາ ຄະນະປະຈຳ ແລະ ຄະນະກຳມະການພັກ ຄະນະທີ່ປຶກສາ ພ້ອມດ້ວຍສະມາຊິກພັກອ້ອມຂ້າງ ສນຊ ເຂົ້າຮ່ວມ.

ໃນພິທີ ທ່ານ ປອ ນາງ ວິໄລ ພິລະວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງ ສະບັບເລກທີ 644/ຄລສພ ລົງວັນທີ 21/7/2025 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດ ໃຫ້ສະຫາຍ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ ຮອງປະທານ ສນຊ ແລະ ສະຫາຍ ດຣ ຈັນເພັງ ສຸດທິວົງ ຄະນະພັກ ຮອງປະທານ ສນຊ ອອກພັກຮັບອຸດໜູນບຳນານ.

ຄຳສັ່ງສະບັບ ເລກທີ 640/ຄລສພ ລົງວັນທີ 16/7/2025 ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່ຄື: ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຜູ້ປະຈຳການ ສນຊ ໄປປະຈຳການຢູ່ຄະນະກວດກາສູນກາງພັກ ແລະ ມະຕິຕົກລົງ ສະບັບເລກທີ 639/ຄລສພ ລົງວັນທີ 16/7/2025 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ເປັນຮອງເລຂາຄະນະບໍລິຫານງານພັກ ຮອງປະທານສູນກາງແນວລາວສ້າງຊາດ.

ໂອກາດນີ້ ສະຫາຍປະທານ ສນຊ ໄດ້ຕາງໜ້າໃຫ້ກຳມະການກົມການເມືອງສູນກາງພັກ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງທີ່ແຕ່ລະສະຫາຍ ໄດ້ປະຕິບັດເຂົ້າໃນວຽກງານແນວໂຮມໄລຍະຜ່ານມາ ການອອກພັກການ-ຮັບອຸດໜູນບຳນານໝາຍເຖີງໄດ້ສຳເລັດການປະຕິບັດໜ້າທີ່ການເມືອງ ຂອງບັນດາສະຫາຍ ແລະ ໃຫ້ສຶບຕໍ່ເປັນເປັນຫຼັກແຫຼ່ງ ເປັນຄັນທຸງປະກອບສ່ວນເຂົ້າໃນວຽກງານແນວລາວສ້າງຊາດຕໍ່ໄປຕາມເງື່ອນໄຂ ແລະ ສະພາບຕົວຈິງ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ສະຫາຍທີ່ໄດ້ຍົກຍ້າຍໄປປະຈຳການຢູ່ບ່ອນໃໝ່ ຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຕາມພັກ-ລັດມອບໝາຍ ແລະ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງເປັນຮອງເລຂາຄະນະບໍລິຫານງານພັກ ຮອງປະທານ ສນຊ ຜູ້ໃໝ່ ໃນຕໍ່ໜ້າຈະໄດ້ຮ່ວມມືກັນ ພ້ອມກັນປະກອບສ່ວນນຳພາວຽກງານແນວໂຮມ ຮຽກຮ້ອງໃຫ້ທຸກພາກສ່ວນພາຍໃນ ສນຊ ຈົ່ງໃຫ້ການຮ່ວມມືເພື່ອພ້ອມກັນເຮັດສຳເລັດໜ້າທີ່ແຕ່ລະໄລຍະ ໃຫ້ສູງເດັ່ນຂຶ້ນ.

ທີ່ມາ: ໜັງສືພິມວຽງຈັນໃໝ່