ນະຄອນຫລວງວຽງຈັນ ກວດພົບ 5 ບໍລິສັດມີການລັກຂຸດຄົ້ນແຮ່ທາດ ເນືອທີ່ 134 ກວ່າເຮັກຕາ

ທ່ານ ສີລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມ ປຶກສາຫາລືການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ທາດ) ລະຫວ່າງ ຄະນະສະເພາະກິດ 47/ນຍ ແລະ ຄະນະສະເພາະກິດນະຄອນຫລວງວຽງຈັນ ວັນທີ 14 ສິງຫາ 2025 ນີ້ວ່າ: ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ມອບໝາຍໃຫ້ຂະແໜງການທີ່ກ່ຽວຂ້ອງຕະຫລອດຮອດເມືອງ ແລະ ຂັ້ນຮາກຖານອໍານາດການປົກຄອງບ້ານດໍາເນີນການກວດກາ ການເກັບກຳຂໍ້ມູນ ແລະ ແກ້ໄຂການລັກລອບຂຸດຄົ້ນຊັບພະຍາກອນແຮ່ທາດຕ່າງໆ ການຈັບຈອງ ການຊື້-ຂາຍ ການດໍາເນີນກິດຈະການ ກໍລະນີບໍ່ໄດ້ຮັບອະນຸຍາດ ຫລື ໄດ້ຮັບອະນຸຍາດທີ່ບໍ່ຖືກ ຕ້ອງຕາມກົດໝາຍແມ່ນໃຫ້ຢຸດຕິ ຍຸບເລີກພ້ອມທັງນໍາໃຊ້ມາດຕະການຕໍ່ຜູ້ລະເມີດ.

ປັດຈຸບັນ ນະຄອນຫລວງວຽງຈັນໄດ້ແຕ່ງຕັ້ງຄະນະສະເພາະກິດຂັ້ນນະຄອນຫລວງວຽງຈັນ (ເລກທີ 160/ຈນວ) ເພື່ອຮ່ວມເຮັດວຽກກັບຄະນະສະເພາະກິດຂັ້ນສູງກາງ ໃນການດໍາເນີນການກວດສອບການຄຸ້ມຄອງລາຍຮັບ ແລະ ການຂຸດຄົ້ນແຮ່ຄໍາ (ແບບທົດລອງ) ຂອງນະຄອນຫລວງວຽງຈັນ ພ້ອມກໍໄດ້ສະເໜີເພື່ອພ້ອມກັນສືບຕໍ່ປຶກສາຫາລືບັນດາຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ຫາສາເຫດເພື່ອພ້ອມກັນຊອກຫາວິທີ ແກ້ໄຂໃຫ້ຂາດຕົວຂອງ 8 ບໍລິສັດທີ່ຂຸດຄົ້ນແຮ່ຄໍາຢູ່ນະຄອນຫລວງວຽງຈັນ.

ຕາມການເກັບກຳຂໍ້ມູນ ແລະ ການລາຍງານຂອງອົງການກວດສອບແຫ່ງລັດມີ 3 ບໍລິສັດ ໄດ້ຮັບການອະນຸຍາດຂຸດຄົ້ນ 10 ເຮັກຕາ, ແຕ່ເນື້ອທີ່ວັດແທກໄດ້ 61,82 ເຮັກຕາ, ມີ 5 ບໍລິສັດບໍ່ໄດ້ຮັບອະນຸຍາດ ແຕ່ເນື້ອທີ່ວັດແທກໄດ້ 83,38 ເຮັກຕາ ລວມເນື້ອທີ່ທັງໝົດ 145,20 ເຮັກຕາ, ເກີນຈໍານວນ 135,20 ເຮັກຕາ.

ບັນຫາດັ່ງກ່າວຕ້ອງໄດ້ເປັນເອກະພາບດ້ານກົນໄກໃນການຈັດຕັ້ງປະຕິບັດ ແລະ ສ້າງແຜນຈຸດສຸມຮ່ວມກັນຢ່າງກົມກຽວໃນການແກ້ໄຂຈັດຕັ້ງປະຕິບັດ ຕໍ່ກັບການແກ້ໄຂບັນຫາຂອງບໍລິສັດ 8 ບໍລິສັດ ທີ່ດໍາເນີນການຂຸດຄົ້ນແຮ່ຄໍາ ແບບທົດລອງ ຢູ່ເມືອງສັງທອງຂອງຄະນະສະເພາະກິດຂັ້ນສູງກາງ (ອົງການກວດສອບແຫ່ງລັດ ກະຊວງພະລັງງານ ແລະ ບໍ່ແຮ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ) ແລະ ນະຄອນຫລວງວຽງຈັນ ຄະນະສະເພາະກິດທັງໝົດຕ້ອງໄດ້ສົມທົບຮ່ວມເຮັດວຽກນໍາກັນ ຮ່ວມນໍາບັນດາບໍລິສັດດັ່ງກ່າວໃນການສືບຕໍ່ລົງເກັບກຳຂໍ້ມູນຄືນໃໝ່ໂດຍການເຂົ້າຮ່ວມຂອງທຸກພາກສ່ວນບໍລິສັດ, ປະຊາຊົນເພື່ອຄວາມເປັນເອກະພາບໃນການຢັ້ງຢືນ-ກວດຄືນເປັນຕົ້ນ ເນື້ອທີ່ການຂຸດຄົ້ນ ປະເມີນຜົນເສຍຫາຍຈາກການດໍາເນີນການຂຸດຄົ້ນ ແລະ ບັນຫາອື່ນໆ ເພາະນີ້ຈະເປັນຂໍ້ມູນສໍາຄັນທີ່ຈະເຮັດໃຫ້ມີຄວາມຊັດເຈນຂຶ້ນຕື່ມ ເຫັນບັນຫາຕົວຈິງໄດ້ຈະແຈ້ງເພື່ອກ້າວໄປສູ່ການວິເຄາະວິໄຈ ການຮັບຮອງຈົນກ້າວໄປເຖິງການເລັ່ງທວງແກ້ໄຂໄດ້ຢ່າງຂາດຕົວ ລວມໄປເຖິງການຈະດໍາເນີນ ແລະ ນໍາໃຊ້ມາດຕະການຢ່າງເຄັ່ງຄັດຕໍ່ບໍລິສັດທີ່ດໍາເນີນການຂຸດຄົ້ນທີ່ບໍ່ສອດຄ່ອງກັບລະບຽບກົດໝາຍເປັນຕົ້ນ ການປັບໄໝ ການຊົດເຊີຍຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ທີ່ມາ: ໜັງສືພິມວຽງຈັນໃໝ່