12 ເປົ້າໝາຍແຜນພັດທະນາ ຂອງກະຊວງສຶກສາ ປະຈຳສົກຮຽນ 2025-2026

ວັນທີ 12 ສິງຫາ 2025 ກອງປະຊຸມຜູ້ບໍລິຫານການສຶກສາວິທະຍາສາດ ແລະ ກິລາ ປະຈໍາສົກຮຽນ 2024-2025 ໂດຍການເປັນປະທານຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຜ່ານ (ຮ່າງ) ມະຕິກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ວ່າດ້ວຍການຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ປະຈຳສົກຮຽນ 2024-2025 ແລະ ທິດທາງແຜນການປະຈຳສົກຮຽນ 2025-2026 ກອງປະຊຸມຕົກລົງ:

1. ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ, ຜົນສໍາເລັດ ແລະ ຄາດໝາຍສູ້ຊົນ ປະຈໍາສົກຮຽນ 2024-2025 ພ້ອມທັງມອບໃຫ້ຜູ້ບໍລິຫານການສຶກສາໃນແຕ່ລະຂັ້ນ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຄາດໝາຍທີ່ບໍ່ທັນສາມາດບັນລຸໄດ້ ຊຶ່ງເປັນຕົວຊີ້ບອກທີ່ຕິດພັນກັບການເຂົ້າຮຽນ ແລະ ການປະລະການຮຽນໃນການສຶກສາຂັ້ນພື້ນຖານ.
2. ຮັບຮອງເອົາທິດທາງແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈຳສົກຮຽນ 2025-2026 ພ້ອມທັງຮັບຮອງເອົາບັນດາຄາດໝາຍສູ້ຊົນ ປະຈຳສົກຮຽນ 2025-2026 ຄື:
– ອັດຕາການເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນໃຫ້ບັນລຸໄດ້ 85,5%.
– ອັດຕາເຂົ້າໃໝ່ສຸດທິຂັ້ນ ປ.1 ໃນຊັ້ນປະຖົມສຶກສາ ໃຫ້ບັນລຸໄດ້ 99,4%.
– ອັດຕາປະລະຂອງນັກຮຽນຊັ້ນປະຖົມສຶກສາ ບໍ່ໃຫ້ເກີນ 4%.
– ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ 89,5%.
– ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ໃຫ້ບັນລຸໄດ້ 72,9%.
– ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11,7%.
– ຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ ສະເລ່ຍ 20% ຕໍ່ປີ.
– ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ (ກສນ) ບໍ່ໃຫ້ຫຼຸດ 30,000 ຄົນ ໃນແຕ່ລະປີ.
– ຈໍານວນນັກສຶກສາທີ່ຈົບອາຊີວະສຶກສາ ແລະ ອົບຮົມວິຊາຊີບ ຕາມຫຼັກສູດທາງການ ໃນແຕ່ລະປີ ບໍ່ໃຫ້ຫຼຸດ 10,000 ຄົນ (ທັງໝົດ 50,000 ຄົນ ພາຍໃນປີ 2030).
– ຫລັກສູດການຮຽນການສອນ ທີ່ເປັນຫລັກສູດສາກົນ ໃນຊັ້ນການສຶກສາຊັ້ນສູງ ເພື່ອເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ມີ 10 ຫຼັກສູດ.
– ຈໍານວນຫົວຂໍ້ຄົ້ນຄວ້າວິທະຍາສາດທີ່ນໍາໃຊ້ເງິນກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຕາມ 24 ຂົງເຂດບູລິມະສິດເພື່ອຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ ລະຫວ່າງປີ 2026-2030 ໃຫ້ໄດ້ຢ່າງໜ້ອຍ 45 ຫົວຂໍ້ ໃນແຕ່ລະປີ.
– ຈໍານວນກໍາມະການຕັດສິນໃນລະດັບອາຊຽນ, ອາຊີ ແລະ ລະດັບສາກົນ ແຕ່ລະປີໃຫ້ບັນລຸໄດ້ 6 ຄົນ.

