ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊັນປຶ້ມໄຫວ້ອາໄລ ອະດີດຮັກສາການປະທານາທິບໍດີ ສສ ມຽນມາ

ວັນທີ 11 ສິງຫາ 2025 ຜ່ານມານີ້ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເຊັນປຶ້ມໄຫວ້ອາໄລຕໍ່ການເສຍຊີວິດຂອງ ພະນະທ່ານ ອູ ມິນ ສະເວ ອະດີດຮັກສາການ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໃນວັນທີ 7 ສິງຫາ 2025 ທີ່ຜ່ານມາ, ເນື້ອໃນທີ່ຂຽນໃນປຶ້ມໄຫວ້ອາໄລ ມີດັ່ງລຸ່ມນີ້:

“ໃນນາມລັດຖະບານ ແລະ ປະຊາຊົນລາວ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈເປັນຢ່າງຍິ່ງຕໍ່ການຈາກໄປຂອງ ພະນະທ່ານ ອູ ມິນ ສະເວ ອະດີດຮັກສາການ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.

ພະນະທ່ານ ອູ ມິນ ສະເວ ເປັນຜູ້ນຳຄົນສຳຄັນທີ່ໄດ້ອຸທິດເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດໃນການພັດທະນາປະເທດຊາດ ກໍຄື ການພົວພັນຮ່ວມມືອັນດີ ລະຫວ່າງ ລາວ ແລະ ມຽນມາ ໃນໄລຍະຜ່ານມາ.

ຂ້າພະເຈົ້າ ຂໍແບ່ງເບົາຄວາມເສົ້າໂສກເສຍໃຈນີ້ ໄປຍັງຄອບຄົວ ຂອງ ພະນະທ່ານ ອູ ມິນ ສະເວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ.

ດ້ວຍຄວາມອາໄລຢ່າງສຸດຊຶ້ງ”.