5 ທັກສະທາງອາລົມຊ່ວຍພັດທະນາອິກຄິວລູກ

- ການຮູ້ຈັກຄວບຄຸມອາລົມ: ຫາກລູກຮຽນຮູ້ການຄວບຄຸມອາລົມຕົນເອງ ຜົນທີ່ຕາມມາຄື ເດັກຈະສາມາດຈັດການກັບອາລົມໃນແງ່ລົບ ຫຼື ອາລົມການຫງຸດຫງິດໄດ້ ໂດຍບໍ່ເກີດພາວະຊຶມເສົ້າຕາມມາ.
- ຄວາມອົດທົນ: ການສອນໃຫ້ລູກຮູ້ຈັກອົດທົນໝາຍເຖິງ ການສອນໃຫ້ພວກເຂົາລໍຖ້າສິ່ງຕ່າງໆທີ່ຢາກໄດ້ ຫຼື ຕ້ອງການ ຫາກສອນລູກໃຫ້ຮູ້ຈັກລໍຖ້າໄດ້ ຮັບຮອງວ່າຄຸ້ມຄ່າຊ່ວຍພັດທະນາອິກຄິວແນ່ນອນ.
- ຄວາມເຊື່ອໝັ້ນໃນຕົວເອງ: ການສອນໃຫ້ລູກມີຄວາມເຊື່ອໝັ້ນໃນຕົວເອງ ເປັນອີກໜຶ່ງແນວທາງທີ່ຈະຊ່ວຍພັດທະນາອິກຄິວ ຕ້ອງສອນໃຫ້ລູກຮູ້ຈັກຍອມຮັບໃນຄວາມສາມາດຂອງຕົນ, ມີຄວາມພາກພູມໃຈໃນຕົວເອງ ເຖິງຈະຮູ້ວ່າມີຂໍ້້ເສຍ ຫຼື ຂໍ້ຜິດພາດກໍຕາມ ການຍອມຮັບຕົນເອງເຮັດໃຫ້ເດັກນ້ອຍເຂົ້າໃຈຜູ້ອື່ນ ແລະ ຮູ້ຈັກຍອມຮັບຂໍ້ຜິດພາດຂອງຜູ້ອື່ນນຳ.
- ຄວາມຮັບຜິດຊອບ: ຄວນປູກຝັງໃຫ້ລູກມີຄວາມຮັບຜິດຊອບຕັ້ງແຕ່ຍັງນ້ອຍ ເລີ່ມຕັ້ງແຕ່ເລື່ອງງ່າຍໆໃກ້ຕົວເຊັ່ນ ການເຮັດວຽກບ້ານ, ການເກັບຂອງຫຼິິິິິິິິິ້ນ ເມື່ອເຕີບໂຕເປັນຜູ້ໃຫຍ່ພວກເຂົາຈະໄດ້ຕິດນິໄສດີໆເຊັ່ນນີ້ໄປນຳ.
- ມີມະນຸດສໍາພັນທີ່ດີ: ເຖິງຈະເກັ່ງພຽງໃດ ແຕ່ບໍ່ຮູ້ຈັກສ້າງຄວາມສໍາພັນກັບຜູ້ອື່ນ ໂອກາດທີ່ຈະປະສົບຄວາມສໍາເລັດໃນອະນາຄົດກໍຍາກ ລອງສອນໃຫ້ລູກສ້າງມະນຸດສໍາພັນທີ່ດີຈາກເລື່ອງງ່າຍໆເຊັ່ນ ໃຫ້ຮູ້ຈັກແບ່ງປັນຂອງຫຼິ້ນກັບໝູ່ເພື່ອນ ເປັນໝູ່ກັບທຸກຄົນໂດຍບໍ່ຕ້ອງແບ່ງແຍກເປັັນຕົ້ນ.
