ສະຫາຍ ທອງລຸນ ສີສຸລິດ ເນັ້ນໜັກຫລາຍບັນຫາສໍາຄັນ ຕໍ່ວຽກງານປ້ອງກັນຊາດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ ໄດ້ເນັ້ນໜັກຫລາຍບັນຫາສໍາຄັນ ຂົງເຂດວຽກງານປ້ອງກັນຊາດ ເນື່ອງໃນໂອກາດເຂົ້າຮ່ວມໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໃນລະຫວ່າງວັນທີ 7-8 ສິງຫາ 2025 ວ່າ:

  1. ສືບຕໍ່ເສີມຂະຫຍາຍມູນເຊື້ອສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກໍາລັງ ແລະ ພາຫະນະອັນແຫຼມຄົມ ແລະ ເປັນກໍາລັງທີ່ເດັດດ່ຽວ ຢຶດໝັ້ນບົດບາດການນໍາພາເດັດຂາດໂດຍກົງ ແລະ ຮອບດ້ານຂອງພັກ; ບົນພື້ນຖານຄວາມເປັນຈິງທີ່ໄດ້ຢັ້ງຢືນແລ້ວ ວ່າ: ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ກອງທັບ ຍາມໃດກໍມີຄວາມບໍລິສຸດຕໍ່ພັກ, ຈົງຮັກພັກດີ ຕໍ່ຊາດ, ຕໍ່ປະຊາຊົນ, ກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ດ້ວຍຄວາມເສຍສະຫຼະ ເພື່ອຄວາມເປັນເອກະລາດແຫ່ງຊາດ, ເພື່ອປົກປັກຮັກສາລະບອບໃໝ່ ດັ່ງຄໍາສັນລະເສີນ ຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ກອງທັບ ແມ່ນກອງທັບວີລະຊົນ ຂອງຊາດລາວວີລະຊົນ”.
  2. ສຸມໃສ່ປັບປຸງ ອົງຄະນະພັກ ກະຊວງປ້ອງກັນປະເທດ ໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຍົກສູງຄວາມສາມາດນໍາພາຢ່າງຮອບດ້ານ ແລະ ຄວາມສາມາດສູ້ຮົບ ຂອງຄະນະນະພັກທຸກຂັ້ນ ແຕ່ເທິງລົງລຸ່ມ, ປະເຊີນໜ້າ ແລະ ຮັບມື ໃຫ້ໄດ້ທຸກສະພາວະການ ແລະ ທຸກກໍລະນີ, ພ້ອມທັງເປັນແບບຢ່າງນໍາໜ້າໃນທຸກຂົງເຂດໃນສັງຄົມ. ຄຽງຄູ່ກັນນັ້ນ, ຕ້ອງປັບປຸງກໍ່ສ້າງກໍາລັງປະກອບອາວຸດທຸກປະເພດກຳລັງ ຕາມທິດຫັນເປັນທັນສະໄໝ ໂດຍສຸມໃສ່ປັບປຸງກໍ່ສ້າງກໍາລັງດ້ວຍການຍົກລະດັບດ້ານວິຊາສະເພາະ ໄປຄຽງຄູ່ກັບດ້ານການເມືອງ-ແນວຄິດ, ແບບແຜນຊີ້ນໍາບັນຊາ ແລະ ດ້ານການຈັດຕັ້ງ; ພ້ອມທັງເອົາໃຈໃສ່ທະນຸບຳລຸງ, ກໍ່ສ້າງຖັນແຖວພະນັກງານໜຸ່ມສືບທອດ ແຕ່ໜັກແໜ້ນໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນພະນັກງານຂັ້ນຍຸດທະສາດ, ຍຸດທະບັ້ນຮົບ.
  3. ສືບຕໍ່ປະຕິບັດຍຸດທະສາດຫັນກໍາລັງລົງສູ່ຮາກຖານ, ປັບປຸງຮາກຖານການເມືອງ, ປະສານສົມທົບກັບຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງການອື່ນໆ ໂດຍສຸມໃສ່ເຂດໃຈກາງທີ່ຕ້ອງເລີກຮື້ເຂດເກາະຫ້ອຍໃຫ້ໄດ້ຢ່າງຂາດຕົວ, ຄຽງຄູ່ກັບເອົາໃຈໃສ່ເຂດຫ່າງໄກສອກຫຼີກ, ເຂດພູດອຍຊົນເຜົ່າ, ເຂດຊາຍແດນ ແລະ ເຂດຍຸດທະສາດສໍາຄັນອື່ນໆ. ອັນສໍາຄັນ, ກອງທັບ ແມ່ນກອງທັບປະຊາຊົນ, ມາຈາກປະຊາຊົນ ແລະ ອີງໃສ່ປະຊາຊົນ-ຮັບໃຊ້ປະຊາຊົນ, ສະນັ້ນ ກໍາລັງທີ່ລົງຮາກຖານຕ້ອງເຊື່ອມຊຶມມູນເຊື້ອ “ທະຫານ ກັບ ປະຊາຊົນ ຄື ປາກັບນໍ້າ” ໂດຍປະຕິບັດການພົວພັນ ລະຫວ່າງ ກອງທັບ ແລະ ປະຊາຊົນແບບກາຍອິນຊີທີ່ຕັດແຍກອອກຈາກກັນບໍ່ໄດ້ ແລະ ໃຫ້ຖືການຊ່ວຍເຫຼືອປະຊາຊົນໃຫ້ມີການພັດທະນາ ເປັນໜ້າທີ່ການເມືອງຂອງກອງທັບ ທີ່ຕ້ອງໄດ້ເຮັດຢ່າງເປັນປະຈໍາ. ອັນນີ້ ແມ່ນທາດແທ້ ແລະ ທັງເປັນມູນເຊື້ອທີ່ດີງາມຂອງກອງທັບ ເຊິ່ງໃນເງື່ອນໄຂໃໝ່ນີ້ ຕ້ອງເດັດດ່ຽວປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຂງແຮງ, ມີລັກສະນະຫຼາກຫຼາຍ ແລະ ຮອບດ້ານກວ່າເກົ່າ.
  4. ເອົາເນື້ອໃນການສູ້ຮົບເກັ່ງ, ເຮັດວຽກຂົນຂວາຍ ກໍ່ສ້າງຮາກຖານການເມືອງເກັ່ງ, ເພີ່ມພູນຜະລິດຜົນເກັ່ງ ເຂົ້າສູ່ການເຄື່ອນໄຫວຕົວຈິງຂອງແຕ່ລະກົມກອງ, ພະນັກງານ-ນັກຮົບ ແຕ່ລະຄົນໂດຍໃຫ້ມີແຜນຈັດຕັ້ງລະອຽດ, ມີຄາດໝາຍສູ້ຊົນ, ມີເນື້ອໃນມີມາດຕະການປະຕິບັດ, ມີການແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ແລະ ເຮັດໃຫ້ເປັນມາດຕະຖານຂອງພະນັກງານ-ນັກຮົບແຕ່ລະຄົນ.
  5. ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນ, ຄາດຄະເນສະພາບການໃຫ້ຖືກຕ້ອງ, ເປັນເສນາທິການຢ່າງທັນເວລາ ໃຫ້ແກ່ພັກ-ລັດ ໃນການວາງແຜນນະໂຍບາຍທາງດ້ານປ້ອງກັນປະເທດ, ແກ້ໄຂກໍລະນີເກີດຂຶ້ນຢ່າງຄ່ອງແຄ້ວ, ນິ້ມນວນ, ເດັດຂາດ ແລະ ມີປະສິດທິຜົນ ແລະ ທັນການ, ບໍ່ໃຫ້ຖືກທ່າຮັບ ຫຼື ຕົກຢູ່ໃນກໍລະນີບັງເອີນ, ໃຊ້ມາດຕະການແກ້ໄຂ ຕ້ອງມີທັງແບບສັງລວມ, ແກ້ຕາມກໍລະນີ.
  6. ເສີມຂະຫຍາຍທ່າແຮງທີ່ມີເງື່ອນໄຂ ຕອບສະໜອງຄວາມຕ້ອງການໃນການກໍ່ສ້າງກອງທັບ ແລະ ພັດທະນາເສດຖະກິດ-ສັງຄົມ ຕາມຄວາມເໝາະສົມ ສາມາດປະກອບສ່ວນເປັນຫຼັກແຫຼ່ງ ຂອງພື້ນຖານເສດຖະກິດແຫ່ງຊາດ ໃຫ້ນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນມູນເຊື້ອການເພີ່ມພູນຜະລິດຜົນ ແລະ ປະຢັດມັດທະຍັດ ເຄີຍມີປະສົບການ ແລະ ບົດຮຽນການສ້າງພະລາທິການກັບທີ່ ກໍຄື ທິດ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເປັນຕົ້ນການຜະລິດເປັນສິນຄ້າ, ການແກ້ໄຂຊີວິກການເປັນຢູ່, ການກໍ່ສ້າງປັບປຸງຄ້າຍຄູ ແລະ ອື່ນໆ.
  7. ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຍູ້ແຮງການພົວພັນຮ່ວມມືສາກົນ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງສາຍສໍາພັນສູ້ຮົບແບບພິເສດ ກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ, ສປ ຈີນ ແລະ ສ ຣັດເຊຍ ໃຫ້ກາຍເປັນເສົາຄໍ້າທາງດ້ານພົວພັນຕ່າງປະເທດດ້ານການທະຫານຂອງພັກ, ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ ປະກອບສ່ວນໃນການປົກປັກຮັກສາປະເທດຊາດ ແລະ ສ້າງບັນຍາກາດແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມືກັບປະເທດເພື່ອນມິດໃນໂລກກັບປະເທດໃກ້ຄຽງ ໂດຍສະເພາະເອົາໃຈໃສ່ບັນດາປະເທດທີ່ມີຊາຍແດນຕິດຈອດກັນ; ຕ້ອງໄດ້ສ້າງ ແລະ ພັດທະນາຄວາມສາມາດເທື່ອລະກ້າວ ເພື່ອໃຫ້ສາມາດເຂົ້າຮ່ວມເປັນກໍາລັງປ້ອງກັນສັນຕິພາບຂອງໂລກ ໃນຂອບຂອງອົງການສະຫະປະຊາຊາດ ເມື່ອມີຄວາມຮຽກຮ້ອງ.

ທີ່ມາ: ໜັງສືພິມ ກອງທັບ