ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຫົວພັນ ເອົາໃຈໃສ່ຫລາຍບັນຫາ ແລະ ມອບເງິນຊ່ວຍເຫລືອ ລວມ 2,125 ລ້ານ ກີບ

ວັນທີ 6 ສິງຫາ 2025 ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກ ລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ພົບປະໂອ້ລົມ ຕໍ່ການນຳຫລັກແຫລ່ງແຂວງຫົວພັນ ແລະ ມອບການຊ່ວຍເຫລືອ ເພື່ອແກ້ໄຂໄພພິບັດ ຊຶ່ງໃຫ້ການຕ້ອນຮັບ, ໂດຍທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ເຈົ້າແຂວງຫົວພັນ ໄດ້ລາຍງານ ວ່າ: ແຂວງຫົວພັນໄດ້ຮັບຜົນກະທົບຈາກໄພພິບັດ 5 ເມືອງ, 32 ບ້ານ, 602 ຄອບຄົວ, ພົນລະເມືອງ 972 ຄົນ, ມີຜູ້ເສຍຊີວິດ 8 ຄົນ ແລະ ສູນຫາຍ 3 ຄົນ. ຍັງບໍ່ສາມາດສະຫລຸບເປັນຕົວເລກມູນຄ່າ.

ທ່ານ ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ພະນັກງານຫລັກແຫລ່ງແຂວງຫົວພັນ ເອົາໃຈໃສ່ຫລາຍບັນຫາຄື:

  • ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍສະເພາະ ໃນໄລຍະສະເຫລີມສະຫລອງວັນສຳຄັນຕ່າງໆ ທາງດ້ານປະຫວັດສາດຂອງຊາດ, ລວມທັງ ເຂດທີ່ມີຄວາມຫລໍ່ແຫລມ
  • ພ້ອມກັນສືບຕໍ່ກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງ ໂດຍເອົາໃຈໃສ່ດຳເນີນຕາມຂັ້ນຕອນ-ລະບຽບການທີ່ກຳນົດໄວ້ ແລະ ທັນຕາມກຳນົດເວລາ
  • ເອົາໃຈໃສ່ຄຸ້ມຄອງປ່າໄມ້ ໂດຍສະເພາະ ປ່າສະຫງວນແຫ່ງຕ່າງໆ ຢູ່ພາຍໃນແຂວງ ໃຫ້ດີ, ທັງຈຳກັດໄດ້ການສວຍໂອກາດຂອງຄົນບໍ່ດີ ເຂົ້າບຸກລຸກ
  • ສືບຕໍ່ພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະປະເທດເພື່ອນມິດ ເພື່ອດຶງດູດການລົງທຶນ ແລະ ຍາດແຍ່ງເອົາການຊ່ວຍເຫລືອ ໃນວຽກງານຕ່າງໆ
  • ສືບຕໍ່ຟື້ນຟູຜົນກະທົບຈາກໄພພິບັດທຳມະຊາດ ໂດຍສະເພາະ ບັນດາໂຄງລ່າງພື້ນຖານ ເສັ້ນທາງ, ຊົນລະປະທານ, ຂົວ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເລື້ອຍໆ.

ຮອງນາຍົກລັດຖະມົນຕີ ແລະ ຄະນະກຳມະການຄຸ້ມຄອງໄພພິບັດສູນກາງ ໄດ້ມອບເງິນ ພ້ອມດ້ວຍ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ອົງການປົກຄອງແຂວງຫົວພັນ ເພື່ອນຳໄປຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພຕົວຈິງ ແລະ ແກ້ໄຂຜົນກະທົບທີ່ເກີດຂຶ້ນ ລວມມູນຄ່າທັງໝົດ 2,125,000,000 ກີບ.

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ